ຫວຽດນາມ ນຳໃຊ້ວັກຊີນກັນໂຄວິດ 19 ໂດຍ COVAX Facility ມອບໃຫ້ ຕາມຈິດໃຈສະເໝີພາບໃນການສຳຜັດກັບປະຊາຊົນທຸກຄົນ

(VOVWORLD) - ຫວຽດນາມ ເດັດຂາດບໍ່ປະໃຫ້ໂລກລະບາດເກີດຂຶ້ນໃນວົງກວ້າງ ກ່ອນອື່ນໝົດແມ່ນເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ແຕ່ກໍ່ຊ່ວຍໃຫ້ປະຊາຄົມສາກົນຄວບຄຸມໂລກລະບາດ.

ຕອນບ່າຍວັນທີ 1 ເມສາ, ຢູ່ ສະຖາບັນອະນາໄມ ແລະ ກັນພະຍາດສູນກາງ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມພິທີຮັບເອົາ ວັກຊີນກັນໂຄວິດ 19 ຈຳນວນ 811.200 ໂດສ ຄັ້ງທຳອິດໂດຍ COVAX Facility ມອບໃຫ້ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫລືອຂອງບັນດາປະເທດ, ອົງການຈັດຕັ້ງສາກົນ, ຫລາຍອົງການ ແລະ ສ່ວນບຸກຄົນທີ່ໄດ້ຊ່ວຍເຫລືອ ປະຊາຊົນຫວຽດນາມ ພ້ອມກັນຕໍ່ສູ້ຕ້ານໂລກລະບາດໂຄວິດ 19 ແລະ ຊ່ວຍເຫລືອ ຫວຽດນາມ ສຳຜັດກັບແຫລ່ງ ວັກຊີນ ກັນໂຄວິດ 19.

ຕາມທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລ້ວ, ຫວຽດນາມ ແມ່ນປະເທດພວມພັດທະນາ ຍັງປະສົບກັບຄວາມຫຍຸ້ງຍາກຢູ່, ພວກຂ້າພະເຈົ້າ ເດັດຂາດບໍ່ປະໃຫ້ໂລກລະບາດເກີດຂຶ້ນໃນວົງກວ້າງ ກ່ອນອື່ນໝົດແມ່ນເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ແຕ່ກໍ່ຊ່ວຍໃຫ້ປະຊາຄົມສາກົນຄວບຄຸມໂລກລະບາດ.

ແນ່ນອນວ່າ ຫວຽດນາມ  ຈະນຳໃຊ້ຂອງຂວັນອັນລ້ຳຄ່ານີ້ ຕາມຈິດໃຈສະເຫມີພາບໃນການສຳຜັດກັບປະຊາຊົນທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ