ຫວຽດນາມ ບໍ່ທັນຮັບຮູ້ກໍລະນີໃດຕິດໂລກໄຂ້ຫວັດ A/H7N9 ສຳລັບຄົນ ແລະ ສັດປີກ

ຫວຽດນາມ ບໍ່ທັນຮັບຮູ້ກໍລະນີໃດຕິດໂລກໄຂ້ຫວັດ A/H7N9 ສຳລັບຄົນ ແລະ ສັດປີກ - ảnh 1
ກວດກາ​ແຂ​ກ​ເຂົ້າ​ເມືອງ​ດ້ວຍ​​ເຄື່ອງ​ວັດ​ອຸນຫະ​ພູມ​ຮ່າງກາຍ​ເພື່ອ​ແນ​ໃສ່ກວດ​ພົບ​​ບັນດາ​ກໍລະນີ​ທີ່​ສົງ​ໄສ
(ພາບປະກອບ)

(vovworld) - ຕອນ​ເຊົ້າວັນ​ທີ 23/4, ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກໄຂ້ຫວັດ​ມະນຸດ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ມາດ​ຕະການ​ສືບ​ຕໍ່​ປ້ອງ​ກັນ ​ແລະ ຕ້ານໂລກລະບາດໄຂ້ຫວັດ A/H7N9. ທີ່​ກອງ​ປະຊຸມ, ຜູ້ຕາງ​ໜ້າ​ກົມສາທາລະນະ​ສຸກ​ສຳຮອງ ສັງກັດກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໃຫ້​ຮູ້​ວ່າ: ສະພາບ​ການ​​ໂລກໄຂ້ຫວັດ​ A/H7N9 ຢູ່ ຈີນ ​ພວມ​ຜັນ​ແປ່​ໄປ​ຢ່າງສັບສົນ. ມາ​ຮອດ​ປະຈຸ​ບັນ, ມີ 102 ກໍລະນີ​ຖືກ​ຕິດ​ໄວຣັດ H7N9, ​ໃນ​ນັ້ນ​ມີ 21 ກໍລະນີ​ຖືກ​ເສຍ​ຊີວິດ. ຢູ່ ຫວຽດນາມ ຍັງ​ບໍ່​ທັນ​ຮັບ​ຮູ້​ກໍລະນີ​ໃດ​ຕິດ​ໂລກ​ໄຂ້ຫວັດ​ A/H7N9 ສຳລັບ​ຄົນ ​ແລະ ສັດ​ປີກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂລກ​ໄຂ້ຫວັດ​ສັດ​ປີກ A/H7N9 ອາດ​ສາມາດ​ແຜ່​ລະບາດ​ໃນ​ວົງ​ກ້ວາງ. ກະຊວງສາທາລະນະ​ສຸກ​ໄດ້​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຢູ່​ບັນດາ​ດ່ານ​ຊາຍ​ແດນ, ກວດກາ​ແຂ​ກ​ເຂົ້າ​ເມືອງ​ດ້ວຍ​​ເຄື່ອງ​ວັດ​ອຸນຫະ​ພູມ​ຮ່າງກາຍ​ເພື່ອ​ແນ​ໃສ່ກວດ​ພົບ​​ບັນດາ​ກໍລະນີ​ທີ່​ສົງ​ໄສ, ດຳ​ເນີນ​ການ​ແຍກ​ຄົນ​ເຈັບ​ເພື່ອ​ປິ່ນປົວ​ຢ່າງ​ທັນ​ການ. ສາ​ດສະດາ​ຈານ, ດຣ ຈິ້ງ​ກວນ​ຮ໋ວນ, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ:

“​ໄວຣັດ H7N9 ມີ​ລັກສະນະ​ແຜ່​ລາມ​ຄື​ໄວຣັດ H5N1 ​ແຕ່​ລະດັບ​ກໍ່​​ໃຫ້​ເກີດພະຍາດ ​ແລະ ລັກສະນະ​ເປັນ​ພິດ​​ແມ່ນ​ໜ້ອຍ​ກ່ວາ ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເປັນ​ຫຍັງ ມີ​ຄົນ​ເຈັບ​ເສຍ​ຊີວິດ​ຫຼາຍ ​ແລະ ອາດ​ສາມາດ​ມີ​ການ​ປ່ຽນ​ສາຍ​ພັນ​ຫຼື​ບໍ່?.​.​.​ ປະຈຸ​ບັນ, ອົ​ງການ​ສາທາລະນະ​ສຸກ​ໂລກ ຍັງບໍ່​ທັນ​ຊອກ​​​ເຫັນ​ສາຍເຫດໄດ້​ເທື່ອ. ດັ່ງ​ນັ້ນ, ການ​ສົມທົບ​ລະ​ຫວ່າງ​ບັນດາ​ອົງການ​ພາຍ​ໃນ​ປະ​ເທ​ດທີ່​ກ່ຽວ​ຂ້ອງ​ເຖິງ​ລະບົບ​ຕິດຕາມ​ກວດກາ ​ແລະ ລະບົບ​ປິ່ນປົວ​ຄວນ​ປະຕິບັດ​ຢ່າງ​ໜັກ​ແໜ້ນກ່ວາ​ອີກ. ພິ​ເສດ, ບັນດາ​ກໍລະນີ​ນອນ​ໂຮ​ງໝໍ​ຕ້ອງ​ກວດພົບ​​ໂດຍໄວ”

ຂ່າວ/ບົດ​ອື່ນ