ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ເຢຍລະມັນ ໃນຂົງເຂດພະລັງງານ

(VOVWORLD) - 2 ຝ່າຍໄດ້ແລກປ່ຽນສະພາບການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ຜົນກະທົບຂອງສັນຍາດັ່ງກ່າວຕໍ່ການພົວພັນ 2 ຝ່າຍ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ເຢຍລະມັນ ໃນຂົງເຂດພະລັງງານ - ảnh 1ທີ່ການຕ້ອນຮັບ ແລະ ເຮັດວຽກ
(ພາບ: moit.gov.vn)

        ຕອນບ່າຍວັນທີ 23 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຊິນເຍີດເຕິນ, ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານ Michael Kellner, ສະມາຊິກສະພາແຫ່ງຊາດ, ລັດຖະມົນຕີຮັບຜິດຊອບກະຊວງເສດຖະກິດ ແລະ ປົກປ້ອງດິນຟ້າອາກາດສະຫະພັນ ເຢຍລະມັນ, ພ້ອມທັງເປັນຫົວໜ້າຄະນະເສດຖະກິດ ລວມມີຜູ້ຕາງໜ້າວິສາຫະກິດໃຫຍ່ 12 ແຫ່ງຂອງ ເຢຍລະມັນ ໄປພ້ອມກັບຄະນະຜູ້ແທນຂອງທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier, ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ.

        ໃນຂອບເຂດການຕ້ອນຮັບ ແລະ ເຮັດວຽກ, 2 ຝ່າຍໄດ້ແລກປ່ຽນສະພາບການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ຜົນກະທົບຂອງສັນຍາດັ່ງກ່າວຕໍ່ການພົວພັນ 2 ຝ່າຍ. ຕາມນັ້ນແລ້ວ, ສັນຍາ EVFTA ໄດ້ສົ່ງຜົນກະທົບຕັ້ງໜ້າເຖິງພື້ນຖານເສດຖະກິດ ຫວຽດນາມ, ກໍຄືການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ 2 ຝ່າຍ ຫວຽດນາມ - ເຢຍລະມັນ.

        ກ່ຽວກັບຂົງເຂດພະລັງງານ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບລັດຖະບານ ແລະ ວິສາຫະກິດ ເຢຍລະມັນ ໃນບັນດາຂົງເຂດ, ຄື: ເຕັກໂນໂລຊີພະລັງງານທົດແທນ ແລະ ພະລັງງານໃໝ່; ຜະລິດເຄື່ອງອຸປະກອນຮັບໃຊ້ຂະແໜງພະລັງງານ…

        ສ່ວນທ່ານ Michael Kellner ແລະ ຄະນະຜູ້ແທນວິສາຫະກິດໃຫຍ່ຂອງ ເຢຍລະມັນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນຕະຫຼາດຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດບົ່ມຊ້ອນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພິເສດ, ວິສາຫະກິດໃນຄະນະປາດຖະໜາຢາກຮ່ວມມື, ລົງທຶນເຂົ້າບັນດາບໍລິສັດຢູ່ ຫວຽດນາມ ໃນບັນດາຂົງເຂດລະອຽດ, ຄື: ພະລັງງານທົດແທນ, ພາຫະນະເຄື່ອງຈັກ, ວັດສະດຸໃໝ່, ການບໍລິການສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ