ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ

(VOVWORLD) -ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ເພື່ອຜົນປະໂຫຍດລວມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດ ອາຊຽນ. 
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ - ảnh 1ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: dangcongsan.vn)

ຕອນບ່າຍວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ສ.ເກົາຫຼີ ໂດຍທ່ານ Park Jae – min, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນປະທານ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ອີກດ້ວຍ.

        ປະກອບຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະເທດປະສານງານສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາຊຽນ - ສ.ເກົາຫຼີ (ອາຍຸການ 2021 – 2024), ທ່ານພົນໂທ ຮວ່າງຊວັນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນປ້ອງກັນຊາດ ລະຫວ່າງ ອາຊຽນ - ສ.ເກົາຫຼີ ເພື່ອຜົນປະໂຫຍດລວມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື ຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ໜູນຊ່ວຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດ ອາຊຽນ. ທ່ານ ຮວ່າງຊວັນຈ໊ຽນ ກໍຢັ້ງຢືນວ່າ ຈະສະໜັບສະໜູນບັນດາເວທີປາໄສຫຼາຍຝ່າຍ ໂດຍ ສ.ເກົາຫຼີ ຈັດຕັ້ງ ເປັນຕົ້ນແມ່ນ ການເຈລະຈາດ້ານປ້ອງກັນຊາດ ເຊີອຸນ ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 8 – 10 ກັນຍາ ແລະ ກອງປະຊຸມລັດຖະມົນຕີກະຊວງຮັກສາສັນຕິພາບ ສປຊ ເຊິ່ງຄາດວ່າຈະດຳເນີນໃນເດືອນທັນວາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ