ຫວຽດນາມ ມີບົດບາດສຳຄັນໃນຍຸດທະສາດ CPTPP ຂອງຍີ່ປຸ່ນ

(VOVWORLD) - ຕາມທ່ານ ສາດສະດາຈານ Koichi Ishikawa ແລ້ວ, ສັນຍາ CPTPP ໄດ້ປະກາດໃຊ້ຫຼາຍຂໍ້ກຳນົດໃໝ່ໃນຂົງເຂດການຄ້າເອເລັກໂຕນິກ, ຕົ້ນກຳເນີດຂອງຜະລິດຕະພັນ, ສິດຊັບສິນທາງປັນຍາ, ລັດວິສາຫະກິດ…

ຫວຽດນາມ ມີບົດບາດສຳຄັນໃນຍຸດທະສາດ CPTPP ຂອງຍີ່ປຸ່ນ - ảnh 1 ຜູ້ຕາງໜ້າປະເທດຕ່າງໆເຂົ້າຮ່ວມພິທີເຊັນສັນຍາ CPTPP

(ພາບ: AFP/ TTXVN)

ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດໃຫຍ່ໃນກຸ່ມ ອາຊຽນ  ນັບທັງທາງດ້ານການຄ້າ ແລະ ການລົງທຶນ, ດັ່ງນັ້ນ, ຫວຽດນາມ ໄດ້ສວມບົດບາດສຳຄັນຍິ່ງໃນຍຸດທະສາດ CPTPP ຂອງ ຍີ່ປຸ່ນ. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Koichi Ishikawa, ສັງກັດສະຖາບັນຄົ້ນຄ້ວາ ອາຊີ - ມະຫາວິທະຍາໄລ ອາຊີ ໃນການຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຫາກໍ່ໄດ້ຮັບການລົງນາມຢູ່ປະເທດ ຈີເລ.

        ຕາມທ່ານ ສາດສະດາຈານ Koichi Ishikawa ແລ້ວ, ສັນຍາ CPTPP ໄດ້ປະກາດໃຊ້ຫຼາຍຂໍ້ກຳນົດໃໝ່ໃນຂົງເຂດການຄ້າເອເລັກໂຕນິກ, ຕົ້ນກຳເນີດຂອງຜະລິດຕະພັນ, ຊັບສິນທາງປັນຍາ, ລັດວິສາຫະກິດ… ຍ້ອນເຫດນັ້ນ, ສັນຍາ CPTPP ໄດ້ຮັບຖືວ່າ ແມ່ນຂໍ້ຕົກລົງການຄ້າເສລີ (FTA) ຂອງສະຕະວັດທີ 21 ແລະ ຈະກາຍເປັນແບບຢ່າງຂອງ FTA ຂອງໂລກໃນອະນາຄົດ.

        ທ່ານສາດສະດາຈານ Koichi Ishikawa ກໍ່ຖືວ່າ: ສັນຍາ CPTPP ຈະແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອສະກັດກັ້ນສະພາບການທີ່ບັນດານະໂຍບາຍອາລັກຂາຂອງ ອາເມລິກາ ຖືກແຜ່ລາມຢ່າງກ້ວາງຂວາງ  ໃນຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມມີຫຼາຍຄຳຕັດສິນທີ່ເຂັ້ມແຂງ ສະແດງໃຫ້ເຫັນແຜນນະໂຍບາຍອາລັກຂາດ້ານການຄ້າ, ຫວ່າງແລ້ວນີ້ແມ່ນການຈັດວາງພາສີອາກອນ 25% ສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ 10% ສຳລັບບັນດາຜະລິດຕະພັນອາລູມີນຽມ ນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ