ຫວຽດນາມ - ສິງກະໂປ ຍູ້ແຮງການຮ່ວມມືໃນການດຶງດູດເງິນລົງທຶນເຂົ້າໃນຂົງເຂດສາທາລະນະສຸກ

ຫວຽດນາມ - ສິງກະໂປ ຍູ້ແຮງການຮ່ວມມືໃນການດຶງດູດເງິນລົງທຶນເຂົ້າໃນຂົງເຂດສາທາລະນະສຸກ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາຫວຽດນາມ - ສິງກະ​ໂປ
( ພາບ: cpv.org.vn )


(vovworld) -     ກອງ​ປະຊຸມ​ສຳ​ມະ​ນາ “ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ດຶງ​ດູດ​​ເງິນ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດສາທາລະນະ​ສຸກ” ​ໂດຍ​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ແລະ ກຸ່ມ​ບໍລິສັດ Mercatus ສິງກະ​ໂປ ສົມ​ທັບ​ກັນ​ຈັດ​ຕັ້ງ​ເມື່ອ​ວັນ​ທີ 23/8, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ປະລິຍາ​ເອກ Doan Duy Khuong, ຮອງ​ປະທານ VCCI ​ໄດ້​ຖື​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຈະຊ່ວຍ​​ໃຫ້​ວິ​ສາ​ຫະກິດ​ສຳ​ພັດ, ຮໍ່າຮຽນ​ເອົາ​ບົດຮຽນ​ຈາກ​ບັນດາ​ອົງການ, ຄັງລົງທຶນ​ຈາກ​ຕ່າງປະ​ເທດ​ທີ່​ມີ​ປະສົບ​ການ​ໃນ​ຂົງ​ເຂດ​ສາທາ​ລະນະ​ສຸກ, ຜ່ານ​ນັ້ນສະ​ແຫວ​ງຫາແຫຼ່ງທຶນ, ​ສົ່ງ​ເສີມ​ການ​ຮ່ວມ​ມື, ຮ່ວມ​ສຳພັນດຳ​ເນີນ​ທຸ​ລະ​ກິດ, ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ຊ່ວຍ​ເປີດ​ກວ້າງ​ຂົງ​ເຂດ​ເບິ່ງ​ແຍງ​ສຸຂະພາບ​ຢູ່​ຫວຽດນາມ ​ໃຫ້ພັດທະນາ​ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດ​ກ້າວໜ້າ​ໃນ​ພາກ​ພື້ນ. ທ່ານ​ປະທານ​ກຸ່ມ​ບໍລິສັດ Mercatus ສິງກະ​ໂປ ຮັບ​ພິດ​ຊອບ​ເປັນ​ທີ່​ປຶກສາ ​ແລະ ລົງທຶນ​ການ​ເງິນ​ສາກົນ, Ravidran Govindan ​ໄດ້​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ  ​ແລະ ບັ​ນດາ​ປະ​ເທດອື່ນ ​ໄດ້ຖື​ຂົງ​ເຂດ​ເບິ່ງ​ແຍງ​​ສຸຂະພາບ​ແມ່ນ​ຂົງ​ເຂດ​ທີ່​ສຳຄັນ ​ເພື່ອ​ລົງທຶນ ​ແລະ ພັດທະນາ ຢ່າງ​ວ່ອງ​ໄວ; ພ້ອມ​ທັງ ປາດ​ຖະໜາ​ວ່າ ​ຈະ​ພ້ອມ​ກັບ​ບັນດາ​ການ​ນຳ​ຫວຽດນາມ ສ້າງ​ຄວາມ​ຫັນປ່ຽນ​ກ່ຽວ​ກັບ​ສະຕິ​ຄວາມ​ຮູ້​ໃນ​ຂົງ​ເຂດ​ເບິ່ງ​ແຍງ​​ສຸຂະພາບ, ​ເຊິ່ງລວມທັງ​ບັນດາ​​ໂອກາດ​ລົງທຶນ, ​ເຕັກ​ໂນ​ໂລຊີ, ລະບົບ ​ແລະ ​ຫົວ​ຂໍ້​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ