ຫວຽດນາມ ສືບຕໍ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ

ຫວຽດນາມ ສືບຕໍ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍ​ການ
ພາບ:internet

(vovworld)-  ​​  ຕອນ​ຄ່ຳ​ວັນ​ທີ 20/10 ຢູ່​ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ລາຍ​ການ "ຊຸກ​ຍູ້​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ຢູ່​ຫວຽດ​ນາມ". ລາຍ​ການ​ດັ່ງ​ກ່າວ​ໂດຍ​ອົງ​ການ ສ​ປ​ຊ ກ່ຽວ​ກັບ ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ ຍິ​ງ​ຊາຍ ແລະ ມອບ​ສິດ​ໃຫ້​ແມ່​ຍິງ (UN Women) ແລະ ສູນ​ກາງ​ສະ​ຫະ​ພັນ​ຊາວ​ຫນຸ່ມ ຫວຽດ​ນາມ, ສູນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ ສົມ​ທົບ​ກັນ​ຈັດ​ຕັ້ງ. ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ລາຍ​ການ, ທ່ານ​ນາງ Shoko Ishikawa, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ ອົງ​ການ​ UN Women ປະ​ຈຳ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ເຖິງ ເລື່ອງ “​ເພດ​ຊາຍ​ຕ້ອງ​ແມ່ນ​ຜູ້​ຕໍ່​ສູ້​ເພື່ອ​ຄວາມ​ສະ​ເຫມີ​ພາບ ລະ​ຫວ່າງ​ຍິງ​ຊາຍ ແລະ ພ້ອມ​ກັນ​ສົມ​ທົບ​ກັບ​ແມ່​ຍິງ”.  ທ່ານ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ, ປະ​ທານ​ສະ​ຫະ​ພັນ​ຊາວ​ຫນຸ່​ມ​ຫວຽດ​ນາມ ຮຽກ​ຮ້ອງ​ສັງ​ຄົມ ແລະ ວົງ​ຄະ​ນາ​ຍາດ ຈົ່ງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງ​ອະ​ນາ​ຄົດ​​ໃຫ້​ແກ່​ຊາວ​ຫນຸ່ມ, ຜູ້​ຊາຍ, ແມ່​ຍິງ, ເດັກ​ຍິງ​ເດັກ​ຊາຍ ສາ​ມາດ​ພັດ​ທະ​ນາຢ​່າງ​ຄົບ​ຖ້ວນ ແລະ ອຸ​ທິດ​ສ່ວນ​ເພື່ອ​ສັງ​ຄົມ​ສະ​ເຫມີ​ພາບ ແລະ ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ