ຫວຽດນາມ - ອີຣານ ມຸ້ງໄປສູ່ຈຸດໝາຍຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 500 ລ້ານ USD/ປີ

ຫວຽດນາມ - ອີຣານ ມຸ້ງໄປສູ່ຈຸດໝາຍຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 500 ລ້ານ USD/ປີ - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ
​ເສດຖະກິດ​ ​ແລະ ການ​ຄ້າ​ຫວຽດນາມ - ອີຣານ
(ພາບ: baomoi.com)


(vovworld) - ທ່ານ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັ​ດທະ​ນາ​ຊົນ​ນະ​ບົດຫວຽດນາມ ກາວ​ດຶກ​ຟ໋າດ ​ແລະ ທ່ານ​ລັດຖະມົນຕີ​ອຸດສາຫະກຳ, ບໍ່​ແຮ່ ​ແລະ ການ​ຄ້າ​ອີຣານ Mehdi Ghazanfari ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ເສດຖະກິດ​ ​ແລະ ການ​ຄ້າ​ຫວຽດນາມ - ອີຣານ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 14/05, ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຍູ້​ແຮງ​ການ​ຮ່ວມ​ມື​ມຸ້ງ​ໄປ​ສູ່ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້ຂຶ້ນ​ເຖິງ 500 ລ້ານ USD/ປີ. ຝ່າຍ​ຫວຽດນາມ ສະ​ເໜີ​ໃຫ້​ອີຣານ ພິຈາລະນາ​ກ່ຽວ​ກັບການ​ນຳ​ເຂົ້າ​ ​ເຂົ້າສານ, ທັນ​ຍາ​ຫານສະບຽງ​ອາຫານ ກໍ​ຄື​ສະໜອງ​ບັນຊີ​ລາຍ​ຊື່​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ໂລຫະ, ​ແຮ່​ທາດ, ທາດ​ເຄມີ, ​ຜະລິດ​ຕະພັນ​ກະ​ເສດບາງ​ປະ​ເພດ​ໃຫ້​ແກ່​ຫວຽດນາມ. ຝ່າຍ​ອີຣານ ປາດ​ຖະໜາ​ຢາກນ້ຳ​ເຂົ້າ​ຈາກ​ຫວຽດນາມ ບາງ​ຜະລິດ​ຕະພັນ​ຄື; ​ເຂົ້າສານ, ​​ປາ, ຢາງພາລາ... ​ແລະ​ສະ​ເໜີ​ໃຫ້​ຝ່າ​ຍຫວຽດນາມ ​ນຳ​ເຂົ້າ​ນ້ຳມັນ ​​ຫຼື ທາດ​ເຄມີ​ຈາກ​. ສິ້ນ​ສຸດ​ວາລະປະຊຸມ, ລັດຖະມົນຕີ 2 ທ່ານ​ໄດ້​ເປັນ​​ເອກະ​ພາບ​ນຳ​ກັນ ​ແລະ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ວາລະ​ປະຊຸມຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ​ຫວຽດນາມ - ອີຣານ ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ລິ​ເລີ່​ມ​ໃໝ່.

ຂ່າວ/ບົດ​ອື່ນ