ຫວຽດນາມ ຮັບປະກັນ ຈັດຕັ້ງສຳເລັດ IPU 132

ຫວຽດນາມ ຮັບປະກັນ ຈັດຕັ້ງສຳເລັດ IPU 132  - ảnh 1
(ພາບປະກອບ: TTXVN)

(vovworld) – ​ກອງ​ປະຊຸມ​ຄັ້ງ​ທີ 34 ຄະນະ​ປະຈຳ​ສະພາ​ແຫ່ງຊາດ​ໄດ້​ສຳ​ເລັດ​ລາຍການ​ເຮັດ​ວຽກພາຍຫຼັງ​ດຳ​ເນີ​ນ​ເປັນເວລາ​ 3 ວັນແຕ່​ວັນ​ທີ 19 – 21/01. ກ່​ອນ​ທີ່​ອັດ​ກອງ​ປະ​ຊຸມ, ຕອນ​ເຊົ້າ​ວັນ​ທີ 21/01, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງທີ 132 (IPU 132) ​​ເຊິ່ງ​ຈັດ​ຂຶ້ນ​​ຢູ່​ຮ່າ​ໂນ້ຍ​ ໃນ​ເດືອນ 03 ຈະ​ມາ​ເຖິງ. ​ລາຍ​ງານ​ທີ່​ກອງ​ປະຊຸມ, ທ່ານ​ເຈີ​ນວັນ​ຮັ່ງ, ຫົວ​ໜ້າຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ, ມາ​ຮອ​ດປະຈຸ​ບັນ, ວຽກ​ງານ​ກະກຽມ​ດ້ານ​ເນື້ອ​ໃນ, ຂໍ້​ມູນ​ຂ່າວ, ​ໂຄສະນາ, ຕ້ອນຮັບ, ພະລາທິການ, ຄວາມ​ປອດ​ໄພ​ໃຫ້ IPU 132 ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດ​ກອງ​ປະຊຸມ​, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບລັດ​ກ່ຽວ​ກັບ IPU 132 ​ໃສ່​​ໃຈວ່າ ນີ້​ແມ່ນ​ເຫດການ​ການ​ຕ່າງປະ​ເທດ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ, ສັງຄົ​ມສຳຄັນ​ທີ່​ສຸດ, ດ້ວຍ​ຂອບ​ຂະໜາດໃຫຍ່​ຖືກຈັດ​ຂຶ້ນ​ຢູ່​ຫວຽດນາມ, ສະ​ນັ້ນ​ ວຽກ​ງານ​ກະກຽມ​ຕ້ອງລອບ​ຂອບ​ຖີ່ຖ້​ວນ​​ເພື່ອ​​ໃຫ້ IPU 132 ບັນລຸ​ຜົນສຳ​ເລັດ​ຢ່າງ​ດີງາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິ່ງຮຸ່ງ​ສະ​ເໜີ​ວ່າ.

        “ພວກ​ເຮົາ​ຕ້ອງ​ຕອບ​ສະໜອງ ​ແລະ ປະຕິບັດ​​ໃຫ້ດີ​ທີ່​ສຸດ, ບັນດາ​ກຳ​ລັງ​ຮັບ​ໃຊ້​​ໃຫ້ກອງປະຊຸມ​ຕ້ອງເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​​​ໃຫ້ IPU 132 ບັນລຸ​ຜົນສຳ​ເລັດ. ຖືຜົນສຳ​ເລັດ​ຂອງ​ເຫດການ​ນີ້ ແມ່ນ​ຜົນສຳ​ເລັດ​ລວມ​ຂອງ​ພວກ​ເຮົາ. ບັນດາ​ອົງການ​ຂອງ​ຄະນະ​ຊີ້​ນຳ, ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ນະຄອນ​ຮ່າ​ໂນ້ຍ ​ແລະ ພາກສ່ວນ​ເຂົ້າ​ຮ່ວມ ຕ້ອງ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ໜ້າ​ທີ່​ຂອງ​ພວກ​ເຮົາ​ແມ່ນ​ຈັດ​ຕັ້ງ, ຜັນ​ຂະຫຍາຍ​ກອງ​ປະຊຸມ​ໃຫຍ່​ຄື​ແນວ​ໃດ​ໃຫ້​ດີ​ທີ່​ສຸດ ​ແລະ ຕ້ອງ​ເປັນ​ເຂົ້າ​ການທີ່​ສຸດ”.

ຂ່າວ/ບົດ​ອື່ນ