ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ໂອ້​ລ​ົມ​ສົນ​ທະ​ນາ​ສັ​ນ​ຕິ​ພາບ ແລະ ຟື້ນ​ຟູ​ສະ​ຖຽນ​ລະ​ພາບ ຢູ່​ມາ​ລີ

(VOVWORLD) - ວັນທີ 19 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບບັນດາການຜັນແປຫວ່າງແລ້ວນີ້ຢູ່ມາລີ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ໂອ້​ລ​ົມ​ສົນ​ທະ​ນາ​ສັ​ນ​ຕິ​ພາບ ແລະ ຟື້ນ​ຟູ​ສະ​ຖຽນ​ລະ​ພາບ ຢູ່​ມາ​ລີ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ມາລີ (ພາບ: UN) 

ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ມາລີ ແລະ ເນັ້ນໜັກເຖິງຄວາມສຳຄັນໃນການຟື້ນຟູຄວາມເປັນລະບຽບການຂອງລັດຖະທຳມະນູນ ແລະ ປະຕິບັດຕາມສົນທິສັນຍາສັນຕິພາບປີ 2015, ຕີລາຄາສູງຄວາມມານະພະຍາຍາມຂອງ ສປຊ, ການນຳບັນດາປະເທດ ປະຊາຄົມເສດຖະກິດ ພາກພື້ນ ອາຟຼິກກາຕາເວັນຕົກ (ECOWAS), ສະຫະພາບອາຟຼິກກາ (AU) ໃນການຊຸກຍູ້ສະຖຽນລະພາບຢູ່ມາລີ, ພິເສດແມ່ນບົດບາດເປັນກາງໃນການໄກ່ເກ່ຍຂອງ ECOWAS.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປຢູ່ມາລີ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄວາມອົດກັ້ນ, ຫຼີກລ້ຽງການນຳໃຊ້ກຳລັງອາວຸດ, ຊຸກຍູ້ການເຈລະຈາເພື່ອຊອກຫາບັນດາມາດຕະການດ້ານການເມືອງເພື່ອສັນຕິພາບ, ເໝາະສົມກັບລັດຖະທຳມະນູນ ແລະ ກົດໝາຍມາລີ ເພື່ອແນໃສ່ສ້າງສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ມາລີຄືນໃໝ່, ເພື່ອຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບອັນຊອບທຳຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງ ສປຊ, ສະຫະພາບອາຟຼິກກາ, ປະຊາຄົມເສດຖະກິດພາກພື້ນອາຟຼິກກາຕາເວັນຕົກ ແລະ ປະຊາຄົມສາກົນໃນການຊຸກຍູ້ການເຈລະຈາເພື່ອຊອກຫາມາດຕະການໂດຍສັນຕິວິທີ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ໜູນຊ່ວຍນຳສະພາບການ ຢູ່ມາລີກັບຄືນສູ່ສະຖຽນລະພາບໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ