ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງສະພາສິດທິມະນຸດ ສະຫະປະຊາຊາດ ຢູ່ເຊີແນວ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງສະພາສິດທິມະນຸດ ສະຫະປະຊາຊາດ ຢູ່ເຊີແນວ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ​ງມິນ)

(vovworld) - ວັນ​ທີ 03/03, ຢູ່ເຊີ​ແນວ, ປະ​ເທດ​ສະ​ວິດ, ພິທີ​ໄຂ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 25 ຂອງສະພາ​ສິດທິ​ມະ​ນຸດ ສະຫະ​ປະຊາ​ຊາດ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິນ ນຳ​ໜ້າ ​ແລະ ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ດ້ວຍ​ຖານະ​ເປັນ​ສະມາຊິກສະພາ​ສິດທິ​ມະ​ນຸດ ສະຫະ​ປະຊາ​ຊາດອາຍຸ​ການ 2014 – 2016. ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ທີ 25 ນີ້​ລວມມີ: ພິຈາລະນາ​ຕີ​ລາຄາ​ບັນດາ​ວຽກ​ງານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສິດທິ​ມະນຸດ; ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ຂອງ​ຄົນ​ເຂົ້າ​ເມືອງ; ສິດ​ຂອງ​ຄົນ​ພິການ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ສິດ​ສຳ​ພັດ​ການ​ສຶກສາ​ຂອງ​ຄົນ​ພິການ; ຊຸກຍູ້ ​ແລະ ປົກ​ປ້ອງ​​ການ​ເຄື່ອນ​ໄຫ​ວສັງຄົມ​ພົນລະ​ເຮືອນ; ສິດ​ທິເດັກ; ວຽກ​ງານ​ສະກັດກັ້ນ​ໄພ​ດັບ​ສູນ​ເຊື້ອ​ຊາດ.

        ດ້ວຍ​ຖາ​ນະ​​ເປັນ​ສະມາຊິກສະພາ​ສິດທິ​ມະ​ນຸດ ສະຫະ​ປະຊາ​ຊາດ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ລວມຂອງ​ສະພາ​ຢ່າງ​ຕັ້ງໜ້າ. ຄຽງ​ຂ້າງ​ກອງປະຊຸມ​ເປັນ​ທາງ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ​ງມິນ ຍັງ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເວ​ເນ​​ຊຸເອລາ Elisa Jaua Milano; ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Hirotaka Ishihara; ທ່ານ​ເລເຂາ​ທິການ​ໃຫຍ່ສະຫະພັນລັດຖະສະພາ​ສາກົນ (IPU) Anders Johnsson.

ຂ່າວ/ບົດ​ອື່ນ