ຫວຽດນາມ ເຂົ້າຮ່ວມໄຂເວທີປາໃສດ້ານເສດຖະກິດໂລກ

(VOVWORLD) - ໃນ 400 ກວ່າວາລະປະຊຸມ, ບັນດາຜູ້ແທນຈະພ້ອມກັນປຶກສາຫາລື ແລະ ຊອກຫາວິທີແກ້ໄຂໃຫ້ບັນດາສິ່ງທ້າທ້າຍໃຫຍ່ທີ່ສຸດຢູ່ໃນໂລກ.

ວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ຮ້ອນເຮັ່ງ 400 ກວ່າຂອງທົ່ວໂລກຈະໄດ້ຮັບການຈັດຕັ້ງຂຶ້ນໃນຂອບເຂດເວທີປາໃສດ້ານເສດຖະກິດໂລກ (WEF) ປີ 2018 ໄດ້ຖືກໄຂຂຶ້ນໃນວັນທີ 23 ມັງກອນ ຢູ່ Davos, ປະເທດ ສະວິດ. ເຫດການປີນີ້ຈະດຳເນີນເຖິງວັນທີ 26 ມັງກອນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 3.000 ກວ່າຄົນທີ່ມາຈາກກວ່າ 110 ປະເທດ. ໃນນັ້ນມີປະມຸກລັດບັນດາປະເທດ 70 ກວ່າທ່ານ ແລະ ການນຳວິສາຫະກິດ 1.900 ກວ່າຄົນ. ໃນ 400 ກວ່າວາລະປະຊຸມ, ບັນດາຜູ້ແທນຈະພ້ອມກັນປຶກສາຫາລື ແລະ ຊອກຫາວິທີແກ້ໄຂໃຫ້ບັນດາສິ່ງທ້າທ້າຍໃຫຍ່ທີ່ສຸດຢູ່ໃນໂລກ.

        ທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈະນຳໜ້າຄະນະຜູ້ແທນລັດຖະບານ ແລະ ວິສາຫະກິດຫວຽດນາມເຂົ້າຮ່ວມບັນດາເຫດການຢູ່ Davos. ທ່ານຮອງນາຍົກລັດຖະມົນຕີຈະເຂົ້າຮ່ວມວາລະປະຊຸມຄົບຄະນະ; ມີບັນດາການພົບປະກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງ, ວິສາຫະກິດ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມກຸ່ມຍຸດທະສາດໃນພາກພື້ນອາຊຽນ, ວາລະປຶກສາຫາລືກ່ຽວກັບແງ່ຫວັງຍຸດທະສາດ ອາຊຽນ; ປຶກສາຫາລືກ່ຽວກັບຄູ່ເຈລະຈາລະຫວ່າງບັນດາການນຳກ່ຽວກັບການເງິນທີ່ມີຫົວຄິດປະດິດສ້າງຮັບໃຊ້ເປົ້າໝາຍພັດທະນາແບບຍືນຍົງ (SDGs).

        ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກໍ່ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດງານລ້ຽງຕອນຄ່ຳກ່ຽວກັບ ອາຊຽນ ດ້ວຍຫົວຂໍ້: “ອາຊຽນ ໃນການປະຕິວັດອຸດສາຫະກຳຄັ້ງທີ 4” ໂດຍ WEF ຈັດຕັ້ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ