ຫວຽດນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງການ​ເຄື່ອນ​​ໄຫວ​ພົບ​ປະ​ແລກປ່ຽນຂອງ ສະມາຄົມແມ່ຍິງ ອາຊຽນ ປະຈໍາ ນະຄອນຫຼວງ ວໍ​ຊີງ​ຕັນ

(VOVWORLD) - ວັນທີ 28 ກຸມພາ, ທ່ານນາງ ຫງວຽນຟືອງລຽນ ເຊິ່ງເປັນພັນລະຍາທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ - ປະທານສະມາຄົມແມ່ຍິງ ອາຊຽນ ປະຈໍານະຄອນຫຼວງ ວໍຊີງຕັນ (AWC – DC) ໄດ້ເປັນປະທານບັນດາກອງປະຊຸມສະຫຼຸບວຽກງານ ອາຍຸການ ເປັນປະທານສະມາຄົມແມ່ຍິງ ອາຊຽນ ປະຈໍານະຄອນຫຼວງ ວໍຊີງຕັນ ຂອງ ຫວຽດນາມ ໃນປີ 2019.
ຫວຽດນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງການ​ເຄື່ອນ​​ໄຫວ​ພົບ​ປະ​ແລກປ່ຽນຂອງ ສະມາຄົມແມ່ຍິງ ອາຊຽນ ປະຈໍາ ນະຄອນຫຼວງ ວໍ​ຊີງ​ຕັນ - ảnh 1 (ພາບປະກອບ: chinhphu.vn)

         ຕາມນັ້ນແລ້ວ, ໃນປີ 2019, ສະມາຄົມແມ່ຍິງໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ອາຫານການກິນ, ໄປເຄື່ອນໄຫວຢູ່ນອກເມືອງ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ທໍາຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່່າງບັນດາສະມາຊິກໃນສະມາຄົມ ເວົ້າສະເພາະ ແລະ ລະຫວ່າງບັນດາປະເທດ ອາຊຽນ ເວົ້າລວມ. ຄາດວ່າ ໃນປີ 2020, ສະມາຄົມແມ່ຍິງ ຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາສະມາຊິກແມ່່ຍິງດ້ວຍກັນ.  ທ່ານນາງຫງວຽນເຟືອງລຽນ ໃຫ້ຮູ້ວ່າ:

        “ຄວາມໝາຍຂອງສະມາຄົມແມ່ຍິງ ອາຊຽນ ປະຈໍາ ວໍຊິງຕັນ, ທີໜ່ຶງແມ່ນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ ເພື່ອຍົກສູງຄວາມຜູກພັນ ແລະ ສາມັກຄີຂອງສະຖານທູດບັນດາປະເທດສະມາຊິກ ອາຊຽນ ປະຈໍາຢູ່ທີ່ນີ້ ກໍຄື ບັນດາປະເທດ ອາຊຽນ ເວົ້າລວມ. ທີສອງ ແມ່ນຊ່ວຍຍົກສູງພາບພົດ ກໍຄື ອິດທິພົນຊື່ສຽງຂອງປະຊາຄົມ ອາຊຽນ ເໝືອນດັ່ງປະຊາຄົມໜຶ່ງດຽວທີ່ເປັນເອກະພາບທີ່ສຸດ ຢູ່ ອາເມລິກາ”.

        ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ເລືອກຕັ້ງທ່ານນາງ Kay Thi Kyi Wynn - ເຊິ່ງເປັນພັນລະຍາຂອງເອກອັກຄະລັດຖະທູດ ມຽນມາ ປະຈໍາ ອາເມລິກາ ເປັນປະທານ ແລະ ທ່ານນາງ Mirpuri - ພັນລະຍາຂອງເອກອັກຄະລັດຖະທູດ ສິງກະໂປ ເປັນຮອງປະທານ ສະມາຄົມ ໃນປີ 2020 ນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ