ຫວຽດນາມ ເພີ່ມທະວີການຮ່ວມມືສາກົນເພື່ອປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດມີການຈັດຕັ້ງ

(VOVWORLD) - ຫວຽດນາມ ມີຄວາມສົນໃຈທີ່ສຸດ ແລະ ໄດ້ມານະພະຍາຍາມຫຼາຍຢ່າງໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດມີການຈັດຕັ້ງ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ຟອກເງິນ ແລະ ຫຼາຍການເຄື່ອນໄຫວຜິດກົດໝາຍອື່ນໆ.
ຫວຽດນາມ ເພີ່ມທະວີການຮ່ວມມືສາກົນເພື່ອປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດມີການຈັດຕັ້ງ - ảnh 1(ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ວັນທີ 07 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດ ດ້ວຍຫົວຂໍ້ “ບັນດາໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ອາດຊະຍາກຳຂ້າມຊາດມີການຈັດຕັ້ງ, ບັນດາສິ່ງທ້າທາຍເພີ່ມຂຶ້ນ ແລະ ບັນດາໄພນາບຂູ່ໃໝ່”.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ຫວຽດນາມ ມີຄວາມສົນໃຈທີ່ສຸດ ແລະ ໄດ້ມານະພະຍາຍາມຫຼາຍຢ່າງໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດມີການຈັດຕັ້ງ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ຟອກເງິນ ແລະ ຫຼາຍການເຄື່ອນໄຫວຜິດກົດໝາຍອື່ນໆ. ພ້ອມກັບກການສ້າງ ແລະ ປະຕິບັດກົດໝາຍຢູ່ພາຍໃນປະເທດ, ຫວຽດນາມ ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືສາກົນ, ນັບທັງ 2 ຝ່າຍກໍ່ຄືຫຼາຍຝ່າຍໃນລະດັບພາກພື້ນ ແລະ ສາກົນ. ຫວຽດນາມ ຢືນຢັນຄຳໝັ້ນສັນຍາມານະພະຍາຍາມພ້ອມກັບປະຊາຄົມສາກົນ ຮ່ວມແຮງຮ່ວມໃຈແກ້ໄຂຢ່າງທັນການ ແລະ ບັນລຸປະສິດທິຜົນຈາກບັນດາໄພນາບຂູ່ທີ່ນັບມື້ນັບສັບສົນຈາກອາດຊະຍາກຳຂ້າມຊາດມີການຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ