ຫວຽດ​ນາມ​ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຟົດ​ຟື້ນ ຕໍ່​ໜ້າ​ວິ​ກິດ​ການ ໂຄວິດ - 19

(VOVWORLD) -ຫວຽດນາມ ແມ່ນພື້ນຖານເສດຖະກິດເຄື່ອນໄຫວຟົດຟື້ນຕໍ່ໜ້າວິກິດການໂລກລະບາດໂຄວິດ - 19 ແລະ ຍັງພັດທະນາໄວກວ່າບັນດາປະເທດອື່ນໆ ຍ້ອນມີການຄວບຄຸມໂລກລະບາດໄດ້ເປັນຢ່າງດີ. 
ຫວຽດ​ນາມ​ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຟົດ​ຟື້ນ ຕໍ່​ໜ້າ​ວິ​ກິດ​ການ ໂຄວິດ - 19 - ảnh 1(ພາບປະກອບ: AFP/TTXVN) 

“ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຟົດຟື້ນ ໃນວິກິດການ ໂຄວິດ - 19”. ນີ້ແມ່ນຂໍ້ສັງເກດຂອງ ທ່ານປະລິນຍາເອກ Jacques Morisset - ຫົວໜ້າກຸ່ມນັກຊ່ຽວຊານເສດຖະກິດ ສັງກັດ ທະນາຄານໂລກ ປະຈຳ ຫວຽດນາມ ໃນກອງປະຊຸມສຳມະນາວິທະຍາສາດສາກົນ ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ “ບັນດາບັນຫາດ້ານເສດຖະກິດ, ບໍລິຫານ ແລະ ດຳເນີນທຸລະກິດໃນຍຸກປັດຈຸບັນ”. ນະທີ່ນີ້, ບັນດານັກຮຽນຮູ້ພາຍໃນປະເທດ ແລະ ສາກົນ ຂຶ້ນກັບບັນດາຂະແໜງການເສດຖະກິດ, ບໍລິຫານ ແລະ ດຳເນີນທຸລະກິດ ໄດ້ແລກປ່ຽນ ແລະ ນຳສະເໜີບັນດາກິດຈະກຳຄົ້ນຄວ້າ, ໜູນຊ່ວຍໃຫ້ແກ່ບັນດາຍຸດທະສາດຊຸກຍູ້ການເຕີບໂຕ, ພັດທະນາແບບຍືນຍົງທົ່ວໂລກ. ກອງປະຊຸມສຳມະນາຄັ້ງນີ້ ໄດ້ສ້າງເງື່ອນໄຂໃຫ້ແກ່ບັນດານັກຊ່ຽວຊານ ແລະ ບັນດານັກວາງນະໂຍບາຍ ປຶກສາຫາລືກ່ຽວກັບບັນດາກິດຈະກຳຄົ້ນຄວ້າທີ່ພວມດຳເນີນ ໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ໂລກລະບາດໂຄວິດ - 19.

        ໃນການປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະລິນຍາເອກ Jacques Morisset ຖືວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດເຄື່ອນໄຫວຟົດຟື້ນຕໍ່ໜ້າວິກິດການໂລກລະບາດໂຄວິດ - 19 ແລະ ຍັງພັດທະນາໄວກວ່າບັນດາປະເທດອື່ນໆ ຍ້ອນມີການຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດ ທີ່ມີລະດັບການເຕີບໂຕ GDP ເປັນບວກ ໃນໄຕມາດທີ 2.


ຕອບກັບ

ຂ່າວ/ບົດ​ອື່ນ