ຫວຽດນາມ ແລະ Senegal ເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າ

ຫວຽດນາມ ແລະ Senegal ເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າ - ảnh 1
ທ່ານ ຟ້າ​ມກວກ​ຈຸ ພົບປະກັບການນຳ Senegal
(ພາບ: tintuc)

(vovworld) – ​​ ​ໃນ​ໄລຍະ​ປະຕິບັດ​ງານ​ແຕ່​ວັນ​ທີ 10 – 13/01/2017, ທ່ານ ຟ້າ​ມກວກ​ຈຸ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Algeria ທັງ​​ຮັບຜິດຊອບ Senegal ​ໄດ້​ມາ Senegal ​ເພື່ອ​ຍື່ນ​ສານ​ມອບ​ສິດ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າວ​ກວາງ. ​ໃນ​ການ​ປະຕິບັດ​ງານ​ຄັ້ງ​ນີ້ ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວກ​ຈຸ ມີ​ບັນດາ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ລັດຖະມົນຕີ​ກະຊວງ​ໄປ​ຊະນີ - ​​ໂທລະ​ຄົມມະນາຄົມ, ລັດຖະມົນຕີ​ກະຊວງ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຄູ່​ຮ່ວມ​ມື ​ແລະ ບັນດາ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ຂອງ Senegal.

        ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ປຶກສາ​ຫາລື​ມາດ​ຕະການ​ຫລາຍ​ຢ່າງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ຄວນ​ເພີ່ມ​ທະວີການ​ແລກປ່ຽນ​ບັນດາ​ຄະນະ​ ​ວິ​ສາ​ຫະກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ ​ເຂົ້າຮ່ວມ​ບັນດາ​ງານຕະຫລາດນັດ​ວາງສະ​ແດງ​ສາກົນ​ໃຫຍ່ ​ເຊິ່ງຈັດ​ຕັ້ງ​ຢູ່​ແຕ່​ລະ​ປະ​ເທດ. ຫວຽດນາມ ​ແລະ Senegal ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ໄປມາລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫລາດ​ຂອງ​ກັນ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ໃນ​ຂອບ​ເຂດ​ອົງການ​ຈັດ​ຕັ້ງ​ສາກົນ​ໃຊ້​ພາສາ​ຝະລັ່ງ; ຍົກ​ສູງ​ບົດ​ບາດ​ຂອງ​ບັນດາ​ອົງການ​ຕ່າງ​ໜ້າການ​ທູດ 2 ປະ​ເທດ ​​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບຕະຫລາດ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ