ຫວຽດນາມ ແລະ ການາດາ ລົງນາມເນື້ອໃນການຮ່ວມມື 2025 – 2026 ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) - ເລື່ອງເຊັນເອກະສານຮ່ວມມືປະຈຳປີແມ່ນເພື່ອແນໃສ່ຫັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ ທີ່ 2 ຝ່າຍໄດ້ລົງນາມໃນປີ 2023 ໃຫ້ປະກົດຜົນເປັນຈິງ
ຫວຽດນາມ ແລະ ການາດາ ລົງນາມເນື້ອໃນການຮ່ວມມື 2025 – 2026 ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ - ảnh 1(ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ແລະ ທ່ານພົນຈັດຕະວາ Carol Potvin, ຮອງຫົວໜ້າກົມນະໂຍບາຍປ້ອງກັນຊາດໄຫຼ່ທະວີບ)

        ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ການາດາ, ວັນທີ 25 ມີນາ, ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, (ກະຊວງປ້ອງກັນປະເທດ ຫວຽດນາມ) ແລະ ທ່ານພົນຈັດຕະວາ Carol Potvin, ຮອງຫົວໜ້າກົມນະໂຍບາຍປ້ອງກັນຊາດໄຫຼ່ທະວີບ (ກະຊວງປ້ອງກັນປະເທດ ກາດານາ), ໄດ້ລົງນາມເນື້ອໃນການຮ່ວມມືໄລຍະ 2025 – 2026 ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ. ເລື່ອງເຊັນເອກະສານຮ່ວມມືປະຈຳປີແມ່ນເພື່ອແນໃສ່ຫັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ ທີ່ 2 ຝ່າຍໄດ້ລົງນາມໃນປີ 2023 ໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຊຸກຍູ້ການພົວພັນການຕ່າງປະເທດດ້ານປ້ອງກັນຊາດ ຫວຽດນາມ - ການາດາ ທີ່ໄດ້ເປັນເອກະພາບທີ່ການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ການາດາ ທີ່ຈັດຂຶ້ນຢູ່ ຫວຽດນາມ ໃນເດືອນ ກຸມພາ ຜ່ານມາ. ທີ່ພິທີລົງນາມ, ທ່ານພົນຈັດຕະວາ Carol Potvin, ຢືນຢັນວ່າ:

        “ພວກຂ້າພະເຈົ້າຮູ້ວ່າ ສັນຕິພາບແມ່ນໜຶ່ງໃນບັນດາການເຄື່ອນໄຫວບຸລິມະສິດຂອງ ຫວຽດນາມ ແລະ ພວກຂ້າພະເຈົ້າຢາກສືບຕໍ່ໜູນຊ່ວຍ, ຮ່ວມມືກັບ ຫວຽດນາມ ໃນຂົງເຂດນີ້. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການເຂົ້າຮ່ວມຂອງ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ນັບແຕ່ປີ 2014, ຫວຽດນາມ ໄດ້ຜັນຂະຫຍາຍທະຫານກວ່າ 1.000 ເທື່ອຄົນຢູ່ໃນຫຼາຍໜ້າທີ່ແຕກຕ່າງກັນ, ໃນນັ້ນ ອັດຕາແມ່ຍິງກວມເອົາ 20%”.

        ເນື້ອໃນການຮ່ວມມື 2025 – 2026 ສຸມໃສ່ 3 ເນື້ອໃນ, ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືດ້ານຝຶກອົບຮົມ, ບຳລຸງສ້າງ; ອຸປະຖຳເຄື່ອງອຸປະກອນຂອງ ການາດາ ແນໃສ່ຊ່ວຍຍົກສູງກຳລັງວຽກງານຝຶກອົບຮົມຂອງ ຫວຽດນາມ, ກໍຄືຄວາມສາມາດດ້ານວິຊາສະເພາະຂອງກອງທັບປະຊາຊົນ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ