ຫວຽດນາມ ແລະ ລາວ ແລກປ່ຽນບົດ ຮຽນກ່ຽວກັບວຽກງານຊົນເຜົ່າ

ຫວຽດນາມ ແລະ ລາວ ແລກປ່ຽນບົດ ຮຽນກ່ຽວກັບວຽກງານຊົນເຜົ່າ - ảnh 1
ຄະ​ນະ​ຜູ້​ແທນສະພາ​ຊົນ​ເຜົ່າສະພາ​ແຫ່ງ​ຊາດຫວຽດນາມ
ເຈລະຈາ​ກັບ​ຄະນະ​ຜູ້​ແທນກຳ​ມາທິການ​ບັນດາ​ເຜົ່າ​ລາວ


( vovworld ) – ວັນ​ທີ 26/3, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະ​ນະ​ຜູ້​ແທນສະພາ​ຊົນ​ເຜົ່າສະພາ​ແຫ່ງ​ຊາດຫວຽດນາມ, ​ໂດຍ​ທ່ານ​ນາງ Trieu Thi Nai, ປະທານ​ສະພາຊົນ​ເຜົ່າເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນກຳ​ມາທິການ​ບັນດາ​ເຜົ່າສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ ຄຳ​ຊາວ ​ໄກ​ຊົງ, ຮອງປະທານ​​ກຳ​ມາທິການ​ດັ່ງກ່າວ​ເປັນ​ຫົວໜ້າ​ຄະນະ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ບາງ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ສົມທົບ​ແລກປ່ຽນ​ບົດຮຽນ​ເພື່ອ​ເປັນ​ເສນາ​ທິການ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​​ຂອງສອງ​ປະ​ເທດ ມີ​ບັນດາ​ນະ​ໂຍບາຍ​ໃຫ້​ແທດ​ເໝາະ, ລົງທຶນ​ຢູ່ເຂດ​ຊົນ​ເຜົ່າ, ​ເຂດ​ຫ່າງ​ໄກ່​ຊອກ​ຫຼີກ​ຂອງ​​ແຕ່ລະ​ປະ​ເທດຢ່າງມີ​ປະສິດທິ​ຜົນ. ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງພະນັກງານ, ​ແລ​ກປ່ຽນ​ຄະນະຜູ້​ແທນ ​ແລະ ຂໍ້​ມູຂ່າວ​ເພື່ອ​ຮັບ​ໃຊ້​ວຽກ​ງານຊົນ​ເຜົ່າ ​ແລະ ສາສະໜາ.

ຂ່າວ/ບົດ​ອື່ນ