ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານນາຍົກລັດຖະມົນຕີ​ຫວຽ​ດນາມ Nguyen Tan Dung
​ແລະ ​ທ່ານ​ປະທານາທິບໍດີ Lee Myung – bak


( vovworld ) – ວັນ​ທີ 28/3, ທ່ານ​ນາຍົກລັດຖະມົນຕີ​ຫວຽ​ດນາມ Nguyen Tan Dung ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ເລີ່​ມຕົ້ນ​ບັນດາ​ກາ​ນ​ເຄື່ອນ​ໄຫວ​ຢ້ຽມຢາມສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Lee Myung – bak ​ແລະ ພັນ​ລະ​ຍາ. ຕອນ​ເຊົ້າ​ວັນ​ທີ 28/3 ຢູ່​ສຳນັກງານ​ປະທານາທິບໍດີ Lee Myung – bak ທີ່​ນະຄອນຫຼວງ Seoul, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ເຈລະຈາກັບທ່ານ​ປະທານາທິບໍດີ Lee Myung – bak. ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ບັນລຸ​ໄດ້​ບັນດາ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່​ ກໍ​ຄື​ມາດ​ຕະການ​ຕ່າງໆ​ຢ່າງ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ພັດທະນາ​ຢ່າງ​ແຮງ​ກວ່າ​ອີກ​…

ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 2
​ການ​ພົບ​ປະ​ເຈລະຈາລະຫວ່າງການນຳສອງປະເທດ

ທ່ານນາຍົກລັດຖະມົນຕີ​ຫວຽ​ດນາມ Nguyen Tan Dung ​ແລະ ​ທ່ານ​ປະທານາທິບໍດີ Lee Myung – bak ​ໄດ້​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ດ້ວຍ​ຫຼາຍ​ຮູບ​ການ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ ​ແລະ ການ​ຮ່ວມຢ່າງ​ມື​ແທດ​ຈິງ​ໃນ​ບັນດາ​ຂົງ​ເຂດ​ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົ​ບ ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ “ ຂອງປີ​​​ແຫ່ງ​ຄວາມມິດ​ຕະພາບ​ຫວຽ​ດນາມ - ​ສ.ເກົາຫຼີ ”, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ມິດຕະພາບ ​ແລະ ການ​ພົບ​ປະແລກປ່ຽນ​​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

  ສອງ​ຝ່າຍ​ກໍເຫັນ​ດີ​ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກວ່າ​ອີກ, ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ຄ້າ ພ້ອມ​ກັນ​ນັ້ນ​ສົມທົບ​ກັນ​ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດູ​ນຂອງ​ຫວຽດນາມ ຈາກສ.​ເກົາຫຼີ​ ​​ເທື່ອລະ​ກ້າວ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ສ້າງສຳ​ເລັດ​ບັນດາ​ລະບຽບການ​ໂດຍ​ໄວ ​ເພື່ອ​ເລີ່​ມຕົ້ນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA ສອງ​ຝ່າຍ​ລະຫວ່າງ​ຫວຽ​ດນາມ ​ແລະ ສ.​ເກົາຫຼີ. ທ່ານ​ປະທານາທິບໍດີ Lee Myung – bak ​ໄດ​້ຢືນຢັນ​ວ່າ, ສ.​ເກົາຫຼີ ສືບ​ຕໍ່​ຖື​ຫວຽ​ດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜື່ງກ່ຽວກັບການ​ຮ່ວມມືພັດທະນາ ​ແລະ ການ​ລົງທຶນ.

    ທ່ານນາຍົກລັດຖະມົນຕີ​ Nguyen Tan Dung ແລະ ​ທ່ານ​ປະທານາທິບໍດີ Lee Myung – bak ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ແຮງ​ການ ​ແລະ ສອນ​ວິ​ຊາ​ຊີບ, ສົມທົບ​ກັນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ຊ່ວຍ​ເຫຼືອ ​ແລະ ​ປົກ​ປ້ອງ​ຊາວ​ຕ່າງ​ດາວ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ເວ​ທີ​ປາ​ໄສ​ສາກົນ.


ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 3
ພິທີ​ລົງ​ນາມໃນບັນດາ​ເອກະສານ​ຮ່ວມ​ມື

ພາຍຫຼັງ​ການ​​​ພົບ​ປະ​ເຈລະຈາ, ທ່ານນາຍົກລັດຖະມົນຕີ​ Nguyen Tan Dung ແລະ ​ທ່ານ​ປະທານາທິບໍດີ Lee Myung – bak ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມໃນບັນດາ​ເອກະສານ​ຮ່ວມ​ມືຄື, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ໃນ​ຂົງ​ເຂດ​ການ​ເງິນ​ລະຫວ່າງ​ກະຊວງ​ການ​ເງິນຫວຽດນາມ ​ແລະ ກະຊວງ​ຍຸດ​ທະ​ສາດ ​ແລະ ການ​ເງິນ ສ.​ເກົາຫຼີ, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​ກໍ່ສ້າງ​ສວນ​ກ້າ​ເບັຍ ​ເຕັກ​ໂນ​ໂລ​ຊີ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ດ້ານພະ​ລັງ​ງານ​ນິວ​ເຄຼຍ​ ເພ່ືອ​ເປົ້າ​ໝາຍ​ສັນຕິພາບ​ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ເສດຖະກິດ​ພູມ​ປັນຍາສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ