ຫວຽດນາມ ແລະ ອາເມລິກາ ຈະຍູ້ແຮງການພົວພັນດຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກ

(VOVWORLD) -ຕາມ ປອ John MacArthur ແລ້ວ, ຫວຽດນາມ ສວມບົດບາດສຳຄັນຢູ່ ພາກພື້ນ ອາຊຽນ, ສົມບົດບາດນຳພາໃນໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກ 
ຫວຽດນາມ ແລະ ອາເມລິກາ ຈະຍູ້ແຮງການພົວພັນດຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກ - ảnh 1ປອ John MacArthur ຫົວຫນ້າຫ້ອງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນໂລກລະບາດ ອາເມລິກາ  (ພາບ: USAID Asia)

ຫວຽດນາມ ແລະ ອາເມລິກາ ຈະຍູ້ແຮງການພົວພັນຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກ. ນີ້ແມ່ນຂໍ້ສັງເກດຂອງ ປອ John MacArthur ຫົວຫນ້າຫ້ອງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນໂລກລະບາດ ອາເມລິກາ ທີ່ການຖະແຫລງຂ່າວທາງໂທລະສັບເມື່ອວັນທີ 28 ສິງຫາ. ໂດຍຕັ້ງສຳນັກງານຢູ່ ໃຈກາງ ນະຄອນຫລວງ ຮ່າໂນ້ຍ,  ຫນຶ່ງໃນບັນດາບຸລິມະສິດຂອງຫ້ອງການ CDC ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນປະສານງານບັນດາການເຄື່ອນໄຫວປ້ອງກັນຕ້ານໂຄວິດ - 19 ໃນພາກພື້ນ. ຕາມ ປອ John MacArthur ແລ້ວ, ຫວຽດນາມ ສວມບົດບາດສຳຄັນຢູ່ ພາກພື້ນ ອາຊຽນ, ສົມບົດບາດນຳພາໃນໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກ ແລະ ຕອບສະຫນອງຄົບເງື່ອນໄຂເພື່ອໃຫ້ ອາເມລິກາ ຕັ້ງຫ້ອງການ CDC ຂອງພາກພື້ນ ຢູ່ ຫວຽດນາມ. ສິ່ງສຳຄັນກວ່າ ນັ້ນແມ່ນ ອາເມລິກາ ຢາກຍູ້ແຮງການພົວພັນຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານສາທາລະນະສຸກກັບ ຫວຽດນາມ.

ຂົງເຂດບຸລິມະສິດຈຸດສຸມຂອງຫ້ອງການ CDC ລວມມີ: ສະກັດກັ້ນໂລກລະບາດໂຄວິດ 19, ເປີດກວ້າງການບຳລຸງສ້າງການວິໄຈຫາເຊື້ອ, ປັບປຸງສຸຂະພາບໃຫ້ປະຊາຊົນ, ມຸ່ງໄປເຖິງການລົບລ້າງພະຍາດອື່ນໆ. ພ້ອມທັງຫນູນຊ່ວຍບັນດາຂໍ້ລິເລີ່ມນະໂຍບາຍການຕ່າງປະເທດຂອງ ລັດຖະບານ ອາເມລິກາ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ