ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 3 ຄົນ ທີ່ກັບມາຈາກຕ່າງປະເທດ

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 1049 ຄົນ, ໃນນັ້ນ ມີ 691 ກໍລະນີ ຕິດແປດໃນຊຸມຊົນ ແລະ 458 ກໍລະນີມາຈາກຕ່າງປະເທດ
ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 3 ຄົນ ທີ່ກັບມາຈາກຕ່າງປະເທດ  - ảnh 1 ຮ່ວມແຮງຮ່ວມໃຈຕ້ານ ເຊື້ອໂຄວິດ - 19

      ພາຍຫຼັງ  2 ວັນທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່,ຮອດຕອນບ່າຍວັນທີ 4 ກັນຍາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 3 ຄົນ ທີ່ກັບມາຈາກຕ່າງປະເທດ ແລະ ໄດ້ຖືກແຍກຕົວຢູ່ແຂວງ ບ່າເຣ້ຍ-ວຸ້ງເຕົາຕາມຂໍ້ກຳນົດ.

        ມາຮອດປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 1049 ຄົນ, ໃນນັ້ນ ມີ 691 ກໍລະນີ ຕິດແປດໃນຊຸມຊົນ ແລະ 458 ກໍລະນີມາຈາກຕ່າງປະເທດ. ປະຈຸບັນ ຫວຽດນາມມີຜູ້ຕິດເຊື້ອ 786 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຜູ້ເສຍຊີວິດ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ