ຫວຽດນາມກະກຽມຈັດສົ່ງນາຍຕຳຫຼວດເຂົ້າຮ່ວມການຮັກສາສັນຕິພາບ

ຫວຽດນາມກະກຽມຈັດສົ່ງນາຍຕຳຫຼວດເຂົ້າຮ່ວມການຮັກສາສັນຕິພາບ - ảnh 1
(ພາບ​ປະ​ກອບ: mod.gov.vn)

(vovworld) - ​ວັນ​ທີ 03/06, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສ​ູງ​ຂອງກອງ​ບັນ​ຊາ​ການ​ຕ​ຳ​ຫຼວດ​ບັນ​ດາ​ປະ​ເທດ ໂດຍ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ໜ້າ​ບັນ​ດາ​ກຳ​ລັງ​ຕຳ​ຫຼ​ວດ​ແຫ່ງ​ຊາດກວ່າ 100 ທ່ານ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍພົນ​ໂທ, ສາດ​ສະ​ດາ​ຈານ ຫງວຽນ​ວັນ​ແທ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ​ນຳ​ໜ້າ. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ແມ່ນ​ຍົກ​ອອກ​ທິດ​ທາງ​ເຄື່ອນ​ໄຫວ ເພື່ອ​ໃຫ້​ຕ​ຳ​ຫຼວດ​ສະ​ຫະ​ປະ​ຊາ​ຊາດ ເສີມ​ຂະ​ຫຍາຍ​ບົດ​ບ​າດ​ຂອງ​ຕົນ​ໃນ​ພື້ນທີ່​ຕົວ​ຈິງ​ເປັນ​ຢ່າງ​ດີ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ວັນ​ແທ່ງ ໃຫ້​ຮູ້​ວ່າ, ກະ​ຊວງ​ຕ​ຳ​ຫຼວດ​ຫວຽດ​ນາມ ໄດ້​ສ້າງ​ແຜນ​ການ​ຈັດ​ສົ່ງ​ນາຍ​ຕ​ຳ​ຫຼວດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບຂອງ​ສ​ະ​ຫະ​ປະ​ຊາ​ຊາດ ແລະ ພວມ​ຕັ້ງ​ໜ້າ​ກະ​ກຽມ​ທຸກ​ແຫຼ່ງ​ກຳ​ລັງ​ທີ່​ຈຳ​ເປັນ​ເພື່ອ​ປະ​ຕິ​ບັດ​ແຜນ​ການນີ້. ຫວຽດ​ນ​າມ ສະ​ເໜີ​ໃຫ້​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ປະ​ຈຳ​ປີເພື່ອ​ໃຫ້​ຜູ​້​ບັນ​ຊາ​ການ​ຕຳ​ຫຼວດ​ບັນ​ດາ​ປະ​ເທດ​ແບ່ງ​ປັນ​ບົດ​ຮຽນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ພ້ອ​ມ​ທັງ​ມີ​ແຜນ​ການ​ເຄື່ອນ​ໄຫວ​ລະ​ອຽດ​ຕາມ​ແຕ່​ລະ​ເຂດ…

ຂ່າວ/ບົດ​ອື່ນ