ຫວຽດນາມຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບສິດຂອງເດັກແລະແມ່ຍິງຢູ່ສະຫະປະຊາຊາດ

ຫວຽດນາມຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບສິດຂອງເດັກແລະແມ່ຍິງຢູ່ສະຫະປະຊາຊາດ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 16/06, ຢູ່​ນອກ​ກອງ​ປະຊຸມ​ປະຈຳ​​ໄລຍະ​ຄັ້ງ​ທີ 29 ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ຫວຽດນາມ ​ໄດ້​ຈັດ​ຕັ້ງການ​ໂອ້​ລົມ​ສົນທະນາສາ​ກົນ​ກ່ຽວ​ກັບ​ການ​ລົບ​ລ້າງ​ບັນດາ​ການ​ກະທຳ​ທີ່​ເປັນອັນຕະລາຍ​ສຳລັບ​ເດັກ ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດາ​ນັກ​ປະຖະກະຖາ ທີ່​ມາ​ຈາກ​ບັນດາ​ຄະນະ​ກຳມະການ​ສົນ​ທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ​ (CRC) ​ແລະ ສົນທິສັນຍາ​ລົບ​ລ້າງການ​ແບ່ງ​ແຍ​ກຕ້ານ​ແມ່ຍິງ (CEDAW), ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ (UNICEF), ຜູ້​ແທນ​ທີ່ຜູ້ຕາງໜ້າ​ໃຫ້​ປະມານ 40 ປະ​ເທດ ​ແລະ ອົງການ​ສາກົນ ພ້ອມ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ຫງວຽນ​ຈູງ​ແທ່ງ, ຫົວໜ້າ​ຄະນະ​ຫວຽດນາມ ປະຈຳສະຫະ​ປະຊາ​ຊາດ ທີ່​ເຊ​ີ​ແນວ, ​ເນັ້ນ​ໜັກ​ວ່າ, ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ສິດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ, ຜ່ານ​ການ​ປະຕິບັດ​ບັນດາ​ສົນທິສັນຍາ​ທີ່​ກ່ຽວຂ້ອງ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ​ໄດ້​ຮຽກຮ້ອງ​​ໃຫ້​​ປະ​ເທດ​ຕ່າງໆ​ເອົາ​ໃຈ​ໃສ່​ເຖິງ​ຄຳ​ຕັກ​ເຕື່ອນຂອງ​ບັນດາຄະນະ​ກຳມະການ​ສົນ​ທິ​ສັນຍາ​ກ່ຽວ​ກັບ​ການ​ກະທຳ​ລະ​ເມີດ​ສິດ​ຂອງ​ເດັກ, ພິ​ເສດ​ແມ່ນ​ເດັກ​ຍິງ. ​ແນະນຳ​ສະພາບ​ການ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ສິດ​ທິເດັກຢູ່​ຫວຽດນາມ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ ​ໄດ້​ຢັ້ງຢືນ​ຢ່າງ​ແຮງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຍ​ດນາມ ​ໃນ​ການ​ສ້າງ​ກົດໝາຍ, ນະ​​ໂຍບາຍ ​ແລະ ລົງທຶນສ້າງ​ແຫຼ່ງກຳລັງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ນີ້.

      ສິດ​ຂອງ​ແມ່ຍິງ ​ແລະ ​ເດັກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ສູງ​ສຸດ​ຂອງ​ຫວຽດນາມ ຄື​ໄດ້​ປະ​ຕິ​ບັດ​ໃນ​ບັນດາ​ຄຳ​ໝັ້ນ​ໝາຍ​ເພື່ອ​ອອກ​ສະ​ໜັກ​ຮັບ​ເລືອກ​ຄັ້ງ ​ແລະ ​ໄດ້​​ເປັນ​ສະມາຊິກຂອງ​ສະຫະ​ປະຊາ​ດອາຍຸ​ການ 2014 – 2016 ດ້ວຍ​ບັດ​ສະ​ນັບ​ສະ​ໜູນ​ສູງ​ສຸດ. ​ຫົວ​ຂໍ້​ດັ່ງກ່າວ​ກໍ່​ແມ່ນ​ໜຶ່ງ​ໃນບັນດາ​ຈຸດ​ສຸມ​ຂອງການປຶກສາ​ຫາລື ​ແລະ ອອກ​ຂໍ້​ຕົກລົງຂອງ​ສະພາ​ສິດທິ​ປະ​ມຸດ​ສະຫະ​ປະຊາ​ຊາ​ຄັ້ງທີ 29, ພວມ​ດຳ​ເນີນ​ໄປ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ເຊີ​ແນວ.

ຂ່າວ/ບົດ​ອື່ນ