ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມນຳໃຊ້ແຫຼ່ງທຶນ ODA ຂອງຍີ່ປຸ່ນຢ່າງມີປະສິດທິຜົນ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມນຳໃຊ້ແຫຼ່ງທຶນ ODA ຂອງຍີ່ປຸ່ນຢ່າງມີປະສິດທິຜົນ - ảnh 1
ເສັ້ນທາງ ຮ່າໂນ້ຍ - ທ໋າຍງວຽນ, ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນ ODA ຂອງ ຍີ່ປຸ່ນ
(ພາບ: TTXVN)

(vovworld) - ວັນ​ທີ 18/7, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທີ່​ສະ​ເໜີ​ໃຫ້​ຮູ້​ທັດສະນະ​ຂອງ​ຫວຽດນາມ​ຕໍ່​ແຈ້ງ​ການ​ສື່ສານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ທີ່​ກ່ຽວຂ້ອງ​ເຖິງ ແຫຼ່ງທຶນ ODA ຂອງ​ຍີ່ປຸ່ນທີ່​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ນັ້ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ຍີ່ປຸ່ນ​ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ຕັ້ງໜ້າ ​ໂດຍ​ຜ່ານ​ການ​ສະຫງວນ​ທຶນ​ອຸປະຖຳ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA), ລັດຖະບານ​ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ນຳ​ໃຊ້​ແຫຼ່ງທຶນ ODA ຂອງ​ຍີ່ປຸ່ນ​ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາມ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຍີ່ປຸ່ນ ​ເພື່ອ​ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆ, ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້ ​ແລະ ຕ້ານ​ສິ່ງ​ທີ່​ຫຍໍ້​ທໍ້​ໃນ​ບັນດາ​ໂຄງການ ODA

 

ຂ່າວ/ບົດ​ອື່ນ