ຫວຽດນາມຍາມໃດກໍ່ເຄົາລົບບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ1982

ຫວຽດນາມຍາມໃດກໍ່ເຄົາລົບບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ1982 - ảnh 1
ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງງ​າ
(ພາບ: AP)

(vovworld) - ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ມະ​ຫາ​ສະ​ມຸດ ແລະ​ ກົດ​ໝາຍ​ວ່າ​ດ້ວ​ຍ​ທະ​ເລ, ວັນ​ທີ 07/12, ຢູ່​ນິວຢອກ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງງ​າ, ຫົວ​ໜ້າຄະ​ນະຜູ້​ຕາງ​ໜ້າ​ປະ​ຈຳ​​ຂອງຫວຽດ​ນາມ ​ຢູ່ສະ​ຫະ​ປະ​ຊ​າ​ຊາດ ໄດ້​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຊອງກອງ​ປະ​ຊຸມ​ຄັ້ງ​ທີ 22 ຂອງ​ອົງ​ການ​​ສິດ​ອຳ​ນາດພື້ນ​ມະ​ຫາ​ສະ​ມຸດ (ISA), ມາ​ນະ​ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ບັນ​ດາ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກ​ຳ​ມະ​ເສັ້ນ​ຊາຍ​ແດນນອກ​ໄຫຼ່​ທະ​ວີບ, ກ​ໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສານ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (ITLOS) ແລະ ບັນ​ດາ​ກົນ​ໄກ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ອື່ນໆ ໃນ​ການ​ອະ​ທິ​ບາຍ ແລະ ນຳ​ໃຊ້​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາ​ດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS). ທ່ານ​ນາງ ຫງວຽນ​ເຟືອງງ​າ ຢືນ​ຢັນ​ວ່າ, UNCLOS ແມ່ນ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ສຳ​ຄັນ​ໜຶ່ງ​ດຽວ​ທີ່​ກຳ​ນົດ​ທຸກ​ໆ​ການ​ເຄື່ອນ​ໄຫວ​ກ່ຽວ​ຂອງ​ເຖິງ​ມະ​ຫາ​ສະ​ມ​ຸດ ແລະ ທະ​ເລ, ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ບົນ​ທະ​ເລ. ທຸກໆ​ປະ​ເທດ​ເຖິງວ່າ​​ຈະແມ່ນ​ປະ​ເທດ​ໃຫຍ່ ຫຼື ນ້ອຍ, ກ​ໍ​ລ້ວນ​ແຕ່​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທະ​ສັນ​ຍາ​​ດ້ວຍ​ເຈດ​ຕະ​ນາ​ດີ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ. ​ໂດຍແມ່ນ​ປະ​ເທດ​ໜຶ່ງ​ໃນ​ບັນ​ດາ​ທຳ​ອິດ​​ທີ່ລົງ​ນາ​ມ ແລະ ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ, ຍາມ​ໃດ​ຫວຽດ​ນາມ ກໍ​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທະ​ສັນ​ຍາ, ເຄົາ​ລົບ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ປະ​ເທດ​ອື່​ນໆ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕ​ັ້ງ​ຕາມ​ຂອບ​ເຂດ​ຂອງ​ສົນ​ທິ​ສັນ​ຍາ.

        ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ການ​ຜັນ​ແປ​​ຢ່າງ​ສັບ​ສົນ​ຢ​ູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ ຫງວຽນ​ເຟືອງງ​າ ຮຽກ​ຮ້ອງ​ໃຫ​້​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ສະ​ງັ​ບ​ໃຈ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS, ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ດ້ານ​ການ​ທູດ ແລະ ກົດ​ໝາຍ, ປະ​ຕິ​ບັດຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ສ້າງກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້​ສຳ​ເລັດ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ