ຫວຽດນາມຕັ້ງໜ້າເຂົ້າຮ່ວມການສ້າງເນື້ອໃນບັນດາເອກະສານກອງປະຊຸມປະຈຳປີຄັ້ງທີ 44 ສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ຫວຽດນາມ ໄດ້ຢືນຢັນຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ສຳລັບບັນຫາເດັກນ້ອຍ

ຫວຽດນາມຕັ້ງໜ້າເຂົ້າຮ່ວມການສ້າງເນື້ອໃນບັນດາເອກະສານກອງປະຊຸມປະຈຳປີຄັ້ງທີ 44 ສະພາສິດທິມະນຸດສະຫະປະຊາຊາດ - ảnh 1 ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ

(ພາບ: TTXVN)

ວັນທີ 17 ກໍລະກົດ, ສະພາສິດທິມະນຸດສະຫະປະຊາຊາດໄດ້ສິ້ນສຸດກອງປະຊຸມປະຈຳປີຄັ້ງທີ 44, ທີ່ແກ່ຍາວເປັນເວລາ 3 ອາທິດຢູ່ເຊີແນວ, ປະເທດສະວິດ ດ້ວຍຮູບແບບປະຊຸມຢູ່ຫໍປະຊຸມ ແລະ ປະຊຸມທາງອອນລາຍ, ເພື່ອແນໃສ່ເຄົາລົບບັນດາຂໍ້ກຳນົດຂອງອຳນາດການປົກຄອງທ້ອງຖິ່ນ ແລະ ສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19.

        ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ. ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນທີ່ 9 ວາລະປະຊຸມ, ສິ່ງທີ່ໜ້າສົນໃຈ, ທີ່ບັນດາວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດທິແມ່ຍິງ, ສິດທິເດັກ, ສິດທິຂອງຄົນພິການໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ສິດສຳຜັດເຕັກໂນໂລຊີຂໍ້ມູນຂ່າວສານ…, ຫວຽດນາມ ໄດ້ຢືນຢັນຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ສຳລັບບັນຫາເດັກນ້ອຍ, ຫວຽດນາມ ໄດ້ເນັ້ນໜັກເຖິງການປົກປ້ອງສິດທິເດັກແມ່ນໜຶ່ງໃນບັນດາບຸລິມະສິດນະໂຍບາຍ, ຫົວເລື່ອງປົກປ້ອງສິດທິເດັກໃນການປະທະກັນດ້ວຍອາວຸດ ແລະ ສ້າງສາຄືນໃໝ່ພາຍຫຼັງການປະທະກັນແມ່ນໜຶ່ງໃນບັນດາບຸລິມະສິດຂອງຫວຽດນາມ ໃນອາຍຸການເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021.

        ກອງປະຊຸມຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ວາລະປະຊຸມ 29 ຄັ້ງ, ມີວາລະປຶກສາຫາລື 7 ຄັ້ງ, ຮັບຮອງເອົາມະຕິ 23 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ