ຫວຽດນາມຕອບສະ ຫນອງ“ການມອດໄຟ ຫນຶ່ງຊົ່ວມົງເພື່ອ ຫນ່ວຍໂລກ”

 

ຫວຽດນາມຕອບສະ ຫນອງ“ການມອດໄຟ ຫນຶ່ງຊົ່ວມົງເພື່ອ ຫນ່ວຍໂລກ” - ảnh 1

ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກຢູ່ຖະໜົມ​ຈ່າງ​ຕຽນ-​ຮ່າ​ໂນ້ຍ

(ພາບ: http://dantri.com.vn)

 (vovworld)- ດ້ວຍ​ສານ​ທີ່​ວ່າ: ຈົ່ງ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ຫນ່ວຍ​ໂລກ​ຂຽວ​ກວ່າ”, ການ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ​ນີ້ຮຽກຮ້ອງ​ບັນດາ​ຄະນະ​ຂະ​ແໜງ​ການ, ວິ​ສາ​ຫະກິດ, ອົງການ​ຈັດຕັ້ງຕ່າງໆ ​ແລະ ທຸກ​ຄົນ​ເຂົ້າຮ່ວມ​ເຄື່ອນ​ໄຫວ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ. ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ພ້ອມ​ກັນຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ, ນະຄອນ​​ໂຮ່ຈິ​ມິນ ​ແລະ ທ້ອງ​ຖິ່ນ​ຕ່າ​ງໆ​ໃນ​ທົ່ວ​ປະ​ເທດ​ໃນ​ຕອນ​ຄ່ຳ​ວັນ​ທີ 29/3 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກຮຽນ​ນັກ​ສຶກສາ ​ແລະ ນັກ​ອາສາ​ສະໝັກ​ນັບ​ໝື່ນໆ​ຄົນ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ​ຕອບ​ສະໜອງການ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ ປີ 2014 ​ໃນຕອນ​ຄ່ຳ​ວັນ​ທີ 29/3, ທ່ານ​ຫວູ້ຮົ່ງ​ແຄງ, ຮອງ​ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ຮ່າ​ໂນ້ຍ ຢືນຢັນ​ວ່າ:

  “ນະຄອນ​ຮ່າ​ໂນ້ຍ​ໃຫ້​ຄຳໝັ້ນສັນຍາ​ວ່າ: ບໍ່​ພຽງ​ແຕ່​ມອດ​ໄຟ ​ໃນ​ເວລາ 1 ຊົ່ວ​ໂມງ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ປະຕິບັດ​ບັນດາການ​ເຄື​ອ່ນ​ໄຫວ​ທີ່​ແທດ​ຈິງ​ອື່ນໆ​ອີກ​​ໃນ​ຕະຫຼອດ​ປີ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ປະຕິບັດ​ຫົວ​ເລື່ອງ​ຂອງ​ຮ່າ​ໂນ້ຍ​ໃນ​ປີ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສີວິ​ໄລ​​ໃນ​ເຂດຕົວ​ເມືອງ“.

   ຢູ່ນະຄອນ​​ໂຮ່ຈິ​ມິນ, ບັນດາ​ເພື່ອນ​ໜຸ່ມ​ໄດ້​ເຂົ້າຮ່ວມ​ການ​ເຄື​ອ່ນ​ໄຫວ​ທີ່​ມີ​ຊື່ວ່າ: “ໜ່ວຍ​ໂລກ​ຂຽວ​ຂຶ້ນ​ກັບ​ການ​ກະທຳ​ຂອງ​ເພື່ອນ“ ​ແລະ “ໜ່ວຍ​ໂລກ​ພວກ​ມອດ​ໄຟ 1 ຊົ່ວ​ໂມງ“. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 29/3 ດຽວ​ກັນ​ນີ້, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ 500 ຄົນ​ໄດ້​ຕອນ​ສະໜອງການ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກຢູ່​ນະຄອນ​ໂຮ້ຍອານ ​ແຂ​ວາງ​ກວາງ​ນາມ​, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ ປຊຊ ​ແລະ ​ແຂ​ກທ່ອງ​ທ່ຽວ​ໃນ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຢັດ​ພະລັງງານ; ມຸ້ງ​ໄປ​ເຖິງ​ການ​ສ້ງ​ໂຮ້ຍອານ​ກາຍ​ເປັນ​ນະຄອນ​ຊີວະ​ພາບ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ./.

ຂ່າວ/ບົດ​ອື່ນ