ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໃໝ່​ໃນ​ຊຸມ​ຊົນ

(VOVWORLD) -ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 1 ກັນຍາ ຮອດເວລາ 6 ໂມງຂອງວັນທີ 2 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ.
ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໃໝ່​ໃນ​ຊຸມ​ຊົນ - ảnh 1ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ 

ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມທັງໝົດແມ່ນ 1.044 ຄົນ, ໃນນັ້ນມີ 735 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ດັ່ງນັ້ນ ແມ່ນ 4 ມື້ແລ້ວ, ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບ ວັດຖຸ, ອຸປະກອນການແພດເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຈາກບັນດາຄູ່ຮ່ວມມືເຂົ້າຮ່ວມການປະຕິບັດບັ້ນຍຸດທະສາດສື່ມວນຊົນ “ຄວາມເຊື່ອໝັ້ນຕໍ່ໄຊຊະນະ” ໂດຍກະຊວງສາທາລະນະສຸກ ປຸກລະດົມແຕ່ວັນທີ 6 ສິງຫາ - 30 ກັນຍາ. ໃນນັ້ນ, ໂຄງການພັດທະນາສະຫະປະຊາຊາດປະຈຳຫວຽດນາມ (UNDP) ໄດ້ໜູນຊ່ວນ ຫຸ່ນຍົນ 15 ໜ່ວຍ ທີ່ມີຄວາມສາມາດທັກທາຍ, ບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດທາງໄກ.

        ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນລົງທຶນ ທ້ຽນບິ່ງ, ບໍລິສັດ Grab ຫວຽດນາມ ແລະ ບໍລິສັດ Wipro Consumer Care ຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງແລະ ຊຸດປ້ອງກັນພະຍາດ ເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ