ຫວຽດນາມມານະພະຍາຍາມໃນການຮັບປະກັນປະຕິບັດບັນດາສິດທິມະນຸດ
(ພາບປະກອບ: baophapluat.vn)
(vovworld) - ວັນທີ 05/01, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມທົບກັບຄະນະຊີ້ນຳສິດທິມະນຸດລັດຖະບານ ຈັດກອງປະຊຸມສຳມະນາວິທະຍາສາດ “50 ປີແຫ່ງ 2 ສົນທິສັນຍາກ່ຽວກັບສິດພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ການປະຕິບັດຢູ່ຫວຽດນາມ (1966 - 2016)”. ກ່ອນນີ້ 50 ປີ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR) ແລະ ສົນທິສັນຍາສາກົນກ່ຽວກັບບັນດາສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESR). ຫວຽດນາມ ໄດ້ເຂົ້າຮ່ວມທັງ 2 ສົນທິສັນຍາ ICCPR ແລະ ICESR ເມື່ອວັນທີ 24/09/1982. ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການຮັບປະກັນການປະຕິບັດບັນດາສິດໃນສົນທິສັນຍາ 2 ສະບັບດັ່ງກ່າວ, ນັບທັງທາງດ້ານທິດສະດີ ແລະ ປະຕິບັດຕົວຈິງ; ມີສະຕິຮັບຜິດຊອບກ່ຽວກັບບົດບາດ, ພັນທະແຫ່ງຊາດຢ່າງເລິກເຊິ່ງ ສຳລັບປະຊາຄົມສາກົນກ່ຽວກັບຄຳໝັ້ນສັນຍາເຄົາລົບ ແລະ ປົກປ້ອງ, ຮັບປະກັນສິດທິມະນຸດ, ຖືນັ້ນແມ່ນຄາດໝາຍ, ທັງແມ່ນກຳລັງໜູນຊຸກຍູ້ສັງຄົມໃຫ້ພັດທະນາ. ໃນໄລຍະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນສົນທິສັນຍາ, ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳຫຼາຍຢ່າງ ເຊິ່ງປະຊາຄົມສາກົນຮັບຮູ້.