ຫວຽດນາມສະເຫນີບັນດາມາດຕະການລົບລ້າງສະພາບການຄ້າຂາຍສັດປ່າ

ຫວຽດນາມສະເຫນີບັນດາມາດຕະການລົບລ້າງສະພາບການຄ້າຂາຍສັດປ່າ - ảnh 1

(vovworld)- ວັນ​ທີ 3/3, ສ​ະ​ຫະ​ປະ​ຊາ​ຊາດ​ສະ​ເຫລີມ​ສະ​ຫລອງ ວັນ​ທົ່ວ​ໂລກ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ ດ້ວຍ​ຄຳ​ຮຽກ​ຮ້ອງ​ຂຸດ​ຄົ້​ນ​ກຳ​ລັງ​ແຮງ​ຈາກ​​ທັດ​ສະ​ນະ​ຂອງລຸ້ນ​ຫນຸ່ມໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ. ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ພ້ອມ​ກັບ​ຄະ​ນະ​ຜູ້​ຕາງ​ຫນ້າ​ອັງ​ກິດ, ໄທ, ເຢຍ​ລະ​ມັນ, Botswana, Gabon ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ສ​ປ​ຊ ໄດ້​ຈັດ​ຕັ້ງ​ເຫດ​ການ​ເພື່ອ​ຕອບ​ສະ​ຫນອງວັນ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ນ​ະ​ທີ່ນີ້, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​​ລາຍ​ງານບັນ​ດາ​ຂໍ້​ສະ​ເຫນີເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ພ້ອມ​ກັນ​ແກ້​ໄຂ​ໄພ​ຄ້າ​ຂາຍ​ສັດ​ປ່າ ແລະ ພິ​ເສດ​ແມ່ນ​ລົບ​ລ້າງ​ຕະ​ຫລາດ​ທີ່​ສະ​ຫງວນ​ໃຫ້​ແກ່​ບັ​ນ​ດາ​ຜະ​ລິ​ດ​ຕະ​ພັນ​ຜິດ​ກົດ​ໝາຍນີ້.ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ ແລະ ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ຫລຸດ​ຜ່ອນ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ສອຍ​ໃນ​ການ​ຊື້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກ່ຽວ​ຂ້ອງ​ເຖິງ​ສັ​ດ​ປ່າ, ປະ​ຕິ​ບັດ​ບັນ​ດາບັ້ນ​ໂຄ​ສະ​ນາ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ປັບ​ປຸງ​ກົດ​ໝາຍ ແລະ ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ວົງ​ຄະ​ນາ​ຍາດ​ກ່ຽວ​ກັບ​ຜົນ​ຮ້າຍ ແລະ ການ​ກະ​ທົບ​ຈາກ​ການ​ລ່າ​ເນື້ອ ແລະ ຄ້າ​ຂາຍ​ສັດ​ປ່າ, ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ.


ຕອບກັບ

ຂ່າວ/ບົດ​ອື່ນ