ຫວຽດນາມຫວັງວ່າສປຊຍົກສູງເລື່ອງເຄົາລົບແລະປະຕິບັດກົດໝາຍສາກົນ

ຫວຽດນາມຫວັງວ່າສປຊຍົກສູງເລື່ອງເຄົາລົບແລະປະຕິບັດກົດໝາຍສາກົນ - ảnh 1
ທ່ານ​ນາງ ຫງວຽນ​ເຟື​ອງ​ງາ ຕອບ​ສຳ​ພາດ​ຢູ່ນອກກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(vovworld) -  ຫວຽດ​ນາມ ​ຫວັງ​ວ່າ​ ສ​ປ​ຊ​ ຍົກ​ສູງ​ເລື່ອງ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ - ທ່ານ​ນາງ ຫງວຽນ​ເຟືອງ​ງາ, ຫົວ​ໜ​້າ​ຄ​ະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ໃຫ້​ຮູ້​ຄື​ດັ່ງ​ກ່າວ​ເມື່ອ​ຕອບ​ສຳ​ພ​າດ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ຫວຽດ​ນາມ ຢູ່ນອກກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ ຊຸດ​ທີ 71 ຖືກ​ດຳ​ເນີນ​ໄປ​ໃນລະ​ຫວ່າງວັນ​ທີ 20 – 26/9. ທ່ານ​ນາງ ຫງວຽນ​ເຟືອງ​ງາ ໃຫ້​ຮູ້​ວ່າ: ທີ່​ວາ​ລະ​ປຶກ​ສາ​ຫາ​ລ​ື​ລວມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ​ໃນກອງ​ປ​ະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ສິດ​ພັດ​ທະ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ໄດ້​ເນັ້ນ​ໜັກ​​ເຖິງສານ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ຈ​ຳ​ເປັນ​ຕ້ອງ “ເພີ່​ມ​ທະ​ວີລັດ​ທິຫຼາຍ​ຝ່າຍ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ”. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ​ໄດ້ແບ່ງ​ປັນ​ບົດ​ຮຽນ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​​ເປົ້າໝາຍ​ສະ​ຫັດ​ສະ​ວັດ (MDGs), ຢັ້ງ​ຢືນ ຫວຽດ​ນາມ ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ປະ​ຕິ​ບັດ​ບົດ​ບາດ​ປະ​ຈັນ​ບານ​ໜູນ​ຊ່ວຍ​ບັນ​ດາ​ປ​ະ​ເທດ​ພວມ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ