ຫວຽດນາມ ເປັນເຈົ້າການປະຕິບັດ “ຂໍ້ກຳນົດສະກັດກັ້ນການທຳລາຍປ່າ” ຂອງສະຫະພາບ ເອີລົບ

(VOVWORLD) - ເວລາປະຕິບັດຂໍ້ກຳນົດດັ່ງກ່າວໃກ້ຈະມາຮອດແລ້ວ, ແຕ່ດ້ວຍການກະກຽມຢ່າງໄວ ແລະ ນ້ຳໃຈຄວາມຮັບຜິດຊອບສູງຂອງ ຫວຽດນາມ, ອີຢູ ເຊື່ອໝັ້ນວ່າ, ຫວຽດນາມ ສາມາດຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການຕາມຂໍ້ກຳນົດໄດ້ເປັນຢ່າງດີ.
ຫວຽດນາມ ເປັນເຈົ້າການປະຕິບັດ “ຂໍ້ກຳນົດສະກັດກັ້ນການທຳລາຍປ່າ” ຂອງສະຫະພາບ ເອີລົບ - ảnh 1(ພາບປະກອບ: khoamoitruongdothi.neu.edu.vn)

        ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າກະກຽມບັນດາເງື່ອນໄຂທີ່ຈຳເປັນເພື່ອຕອບສະໜອງຕາມຂໍ້ກຳນົດກ່ຽວກັບເລື່ອງຄຸ້ມຄອງການສົ່ງອອກ ແລະ ນຳເຂົ້າບັນດາຜະລິດຕະພັນກໍ່ຄວາມເສຍຫາຍເຖິງປາ ແລະ ການຊຸດໂຊມປ່າຂອງສະຫະພາບເອີລົບ (ຂໍ້ກຳນົດສະກັດກັ້ນການທຳລາຍປ່າ). ນີ້ແມ່ນຄຳສັງເກດຂອງທ່ານ Rui Ludovino, ທີ່ປຶກສາກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ວຽກເຮັດງານທຳ ແລະ ສັງຄົມ, ຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ, ທີ່ກອງປະຊຸມສຳມະນາ “ແລກປ່ຽນເຕັກນິກກ່ຽວກັບຂໍ້ກຳນົດສະກັດກັ້ນການທະລາຍປ່າ ແລະ ບັນດາລະບົບສະໜອງບໍ່ກໍ່ໃຫ້ເກີດການທຳລາຍປ່າ, ຊຸດໂຊມປ່າຢູ່ ຫວຽດນາມ” ດຳເນີນໃນວັນທີ 12 ກໍລະກົດ, ຢູ່ ດັກລັກ.

        ເອີຢູ ຮັບຮອງເອົາຂໍ້ກຳນົດສະກັດກັ້ນການທຳລາຍປ່າ ໃນເດືອນ ມິຖຸນາ 2023, ຈະເລີ່ມມີຜົນສັກສິດແຕ່ວັນທີ 01 ມັງກອນ 2025 ສຳລັບວິສາຫະກິດໃຫຍ່ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນນັບແຕ່ວັນທີ 30 ມິຖຸນາ 2025. ຫວຽດນາມ ຈະມີ 3 ຂະແໜງສິນຄ້າຖືກຜົນກະທົບຢ່າງໃຫຍ່ຫຼວງຈາກຂໍ້ກຳກົດດັ່ງກ່າວ, ລວມມີ: ກາເຟ, ຢາງພາລາ, ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້.

        ຕາມທ່ານ Rui Ludovino ແລ້ວ, ເວລາປະຕິບັດຂໍ້ກຳນົດດັ່ງກ່າວໃກ້ຈະມາຮອດແລ້ວ, ແຕ່ດ້ວຍການກະກຽມຢ່າງໄວ ແລະ ນ້ຳໃຈຄວາມຮັບຜິດຊອບສູງຂອງ ຫວຽດນາມ, ໂດຍສະເພາະແມ່ນຈາກບັນດາວິສາຫະກິດ, ອີຢູ ເຊື່ອໝັ້ນວ່າ, ຫວຽດນາມ ສາມາດຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການຕາມຂໍ້ກຳນົດໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ