ຫວຽດນາມ-ອາຟຣິກກາໃຕ້ຊຸກຍູ້ການຮ່ວມມືດ້ານການຄ້າ,ການລົງທຶນ

ຫວຽດນາມ-ອາຟຣິກກາໃຕ້ຊຸກຍູ້ການຮ່ວມມືດ້ານການຄ້າ,ການລົງທຶນ - ảnh 1
ທ່ານ​ນາງ Kgomotso Ruth Magau ​ເອກ​ອັກຄະ​ລັດຖະທູດ
 ອາ​ຟຣິກກາ​ໃຕ້ ປະຈຳ ຫວຽດນາມ
(ພາບປະກອບ)

(vovworld) –​​ ​ ອາ​ຟຣິກກາ​ໃຕ້ ພວມ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກັບ​ບັນດາ​ປະ​ເທ​ດ, ​ໃນ​ນັ້ນ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ​່ຮ່ວມ​ມືທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ. ນີ້​ແມ່ນ​ຄຳ​ຢັ້ງຢືນຢັນ​ຂອງ​ທ່ານ​ນາງ Kgomotso Ruth Magau ​ເອກ​ອັກຄະ​ລັດຖະທູດ ອາ​ຟຣິກກາ​ໃຕ້ ປະຈຳ ຫວຽດນາມ​. ທີ່​ກອງ​ປະຊຸມ​ສຳ​ມະ​ນາພົບ​ປະ​ວິ​ສາ​ຫະກິດ ຫວຽດນາມ - ອາ​ຟຣິກກາ​ໃຕ້ ​ເຊິ່ງດຳ​ເນີນ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ໃນ​ວັນ 23/06. ຕາມ​ທ່ານ​ນາງ Kgomotso Ruth Magau ​ແລ້ວ ປະຈຸ​ບັນ ອາ​ຟຣິກກາ​ໃຕ້ ມີ​ຫລາຍ​ນະ​ໂຍບາຍ​ບຸລິມະສິດ​ຢ່າງ​ແທ​ດຈິງ​ໃນ​ຂົ​ງ​ເຂດ​ການ​ລົງທຶນ, ການ​ຄ້າ​ທີ່​ສະ​ຫງວນ​ໃຫ້​ນັກ​ລົງທຶນ​ຕ່າງ​ປະ​ເທດ, ດັ່ງ​ນັ້ນ ວິ​ສາ​ຫະກິດ ຫວຽດນາມ​ ຈະ​ມີ​ຫລາຍ​ກາລະ​ໂອກາດ​ສຳ​ພັດ​ກັບ​ຕະຫລາດ ອາ​ຟຣິກກາ​ໃຕ້ ຢ່າງ​ມີ​ປະສິດທິ​ຜົນ. ​ໂດຍລະ​ອຽດ​ແມ່ນ ອາ​ຟຣິກກາ​ໃຕ້ ພວມ​ມີ​ຄວາມ​ຕ້ອງການ​ດຶງ​ດູດ​ການ​ລົງທຶນ​ພັດ​ທະ​ນາ​ພື້ນຖານ​ໂຄງ​ລ່າງ, ອຸດສາຫະກຳ​ຜະລິດ, ກຳລັງ​ຈຳ​ໜ່າຍ​ພາຍ​ໃນ​ປະ​ເທ​ດພວມ​ເພີ່ມ​ຂຶ້ນ​ເປັນ​ຢ່າ​ງດີ…​ພິ​ເສດ ວິ​ສາ​ຫະກິດ ຫວຽດນາມ ​ແລະ ອາ​ຟຣິກກາ​ໃຕ້ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ພັດທະນາການ​ສົ່ງ​ອອກຊັບພະຍາກອນ​ໂລຫະ,ອຸດສາຫະກຳ​ໜັກ. ກໍ່​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ທ່ານ ຫງວຽນ​ເທ໋ຮຶງ ຮອງ​ຫົວໜ້າ​ພະ​ແນ​ກ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂາ​ນະຄອນ​ໂຮ່ຈີ​ມິນ ຖື​ວ່າ: VCCI ​ແລະ ຫ້​ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ ອາ​ຟຣິກກາ​ໃຕ້​ ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ຈັດ​ຕັ້ງ​ໂຄງການ​ດຳ​ເນີນ​ງານ, ກອງ​ປະຊຸມສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອາ​ຟຣິກກາ​ໃຕ້ ​ໄດ້​ອັບ​ເດັດ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ບົດຮຽນ​ ແລະ ຊອກ​ຫາ​ບັນດາ​ກາລະ​ໂອກາດ​​ໃນການ​ຮ່ວມ​ມືລົງທຶນ​ດຳ​ເນີນ​ທຸລະ​ກິດ​ໃໝ່.

 

 

 

ຂ່າວ/ບົດ​ອື່ນ