ຫວຽດ​ນາມ-ອາ​ເມ​ລິ​ກາ ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ  ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທີ່ພວມເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນ 22 – 25 ກຸມພາ.

ຫວຽດ​ນາມ-ອາ​ເມ​ລິ​ກາ ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢູ່ກອງປະຊຸມ COP 26 ຢ່າງເຂັ້ມງວດໃນທັນທີ ຜ່ານການສ້າງຕັ້ງຄະນະຊີ້ນຳແຫ່ງຊາດ ຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ ກອງປະຊຸມ COP 26 ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະຊີ້ນຳ, ພ້ອມທັງດຳເນີນການຄົ້ນຄ້ວາ, ສ້າງບັນດາແຜນການ, ມາດຕະການ, ຂັ້ນຕອນຢ່າງລະອຽດເພື່ອປະຕິບັດຄຳໝັ້ນສັນຍານີ້. ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງ ຄວາມຕັດສິນຂອງອຳນາດການປົກຄອງ ປະທານາທິບໍດີ Joe Biden ໄດ້ກັບຄືນເຂົ້າຮ່ວມການປະຕິບັດຂໍ້ຕົກລົງ ປາຣີ, ຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມທົ່ວໂລກເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ລິເລີ່ມ ແລະ ບົດບາດຂອງ ອາເມລິກາ ຢູ່ກອງປະຊຸມ COP26.

ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ແລະ ອາເມລິກາ ສືບຕໍ່ເພີ່ມທະວີໃນການປ່ອຍອາຍພິດເຮືອນແກ້ວລົງ, ຮັບມືກັບການປ່ຽນແປງຂອງດິນຟ້າບາກາດ, ພິເສດແມ່ນປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນທາດເມຕານ, ເອົາໃຈໃສ່ໜູນຊ່ວຍຫວຽດນາມ ເຊື່ອມຕໍ່ກັບບັນດາການກຳນົດລະບຽບການດ້ານການເງິນ, ບັນດາອົງການສິນເຊື່ອທີ່ມີຄວາມສາມາດສະໜອງການໜູນຊ່ວຍການເງິນ, ສິນເຊື່ອໃຫ້ ຫວຽດນາມ ກໍ່ຄືການໜູນຊ່ວຍດ້ານວິຊາສະເພາະ ແລະ ເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ.

ແລກປ່ຽນກັບທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ, ທ່ານ John Kerry ໄດ້ເນັ້ນໜັກເຖິງເລື່ອງບັນດາປະເທດໃນໂລກ ພ້ອມກັນມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍ ຂອງການປ່ຽນແປງດິນຟ້າອາກາດ, ພິເສດແມ່ນກອງປະຊຸມ COP26, ອາເມລິກາ ຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄືພະລັງງານຜະລິດຄືນໃໝ່, ເສດຖະກິດຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ