ຫວຽດນາມ-ຮຸ່ງກາຣີຮ່ວມມືແບ່ງປັນບົດຮຽນປົກປັກຮັກສາແລະແກ້ໄຂເຫດທີ່ເກີດມາຈາກສິ່ງແວດລ້ອມ

ຫວຽດນາມ-ຮຸ່ງກາຣີຮ່ວມມືແບ່ງປັນບົດຮຽນປົກປັກຮັກສາແລະແກ້ໄຂເຫດທີ່ເກີດມາຈາກສິ່ງແວດລ້ອມ - ảnh 1
ທ່ານ ຫວູຈ້ອງ​ກີ​ມ ​ຕ້ອນຮັບ​ທ່ານ​ພົນ​ຈັດຕະວາ Tollar Tibor
(ພາບ: daidoanket.vn)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 25/11 ຢູ່​ຮ່າ​ໂນ້ຍ, ທ່ານ ຫວູຈ້ອງ​ກີ​ມ ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ກຸ່ມ​ບໍລິສັດ GAMA ຂອງ ຮຸ່ງ​ກາຣີ ​ໂດຍ​ທ່ານ​ພົນ​ຈັດຕະວາ Tollar Tibor, ຫົວໜ້າ​ກົມ​ໃຫຍ່​ແຫ່ງ​ຊາດ​ກ່ຽວ​ກັບ​ການກູ້​ໄພ​ກູ້​ຊີບ​ປົກ​ປັກ​ຮັກສາ ​ແລະ ​ແກ້​ໄຂ​​ເຫດ​ທີ່​ເກີດ​ມາ​ຈາກສິ່ງ​ແວດ​ລ້ອມ, ​ໄພ​ພິບັດ​ຂອງ ຮຸ່ງ​ກາຣີ, ​ເນື່ອງ​ໃນ​ໂອກາດ ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫວູຈ້ອງ​ກີ​ມ ຊີ້​ແຈ້ງວ່າ: ​ເລື່ອງ​ການ​ນຳ​ກຸ່ມ​ບໍລິສັດ GAMA ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແມ່ນ​ໂອກາດ​ ​ເພື່ອ 2 ຝ່າຍ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ກູ້​ໄພ​ກູ້​ຊີບ, ປົກ​ປັກ​ຮັກສາ ​ແລະ ​ແກ້​ໄຂ​​ເຫດ​ທີ່​ເກີດ​ມາ​ຈາກ​ສິ່ງ​ແວດ​ລ້ອມ, ​ໄພ​ພິບັດ.

        ສ່ວນ​ທ່ານພົນ​ຈັດຕະວາ Tollar Tibor ຢືນຢັນ​ວ່າ: ຮຸ່ງ​ກາຣີ ​ແລະ ກົມ​ໃຫຍ່​ແຫ່ງ​ຊາດ​ກ່ຽວ​ກັບ​ການກູ້​ໄພ​ກູ້​ຊີບ, ປົກ​ປັກ​ຮັກສາ ​ແລະ ​ແກ້​ໄຂ​​ເຫດ​ທີ່​ເກີດ​ມາ​ຈາກສິ່ງ​ແວດ​ລ້ອມ, ​ໄພ​ພິບັດຂອງ ຮຸ່ງ​ກາຣີ ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ, ໜູນ​ຊ່ວຍ​ບົດຮຽນ​ໃຫ້​ແກ່ ຫວຽດນາມ ​ໃນ​ຂົງ​ເຂດ​ຮັບປະກັນ​ຄວາມ​ປອດ​ໄພ​ພະລັງງານ​ປະລະມານູ, ປ້ອງ​ກັນ​ຕ້ານ​ອັກຄີ​ໄພ, ຮັບ​ມື​ກັບ​​ໄພ​ພິບັດທຳ​ມະ​ຊາດ​ຕ່າງໆ.

 

 

ຂ່າວ/ບົດ​ອື່ນ