ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອາຍຸການ 2018 – 2020

(VOVWORLD) -ຕອນບ່າຍວັນທີ 03 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມໃຫຍ່ການແພດຫວຽດນາມ ໄດ້ສົມທົບກັບບັນດາສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈັດກອງປະຊຸມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 18 ດ້ວຍຫົວຂໍ້ວ່າ “ມອບສິດຊົດເຊີຍປະກັນໄພ ແລະ ເລື່ອງຈົດທະບຽນໃບຢັ້ງຢືນປະຕິບັດອາຊີບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້”.

ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອາຍຸການ 2018 – 2020 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ

(ພາບ: TTXVN)

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາສະມາຄົມການແພດບັນດາປະເທດອາຊຽນ ແລກປ່ຽນ, ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວ.

      ທີ່ກອງປະຊຸມ, ທ່ານນາງປະທານສະມາຄົມໃຫຍ່ການແພດຫວຽດນາມ ຫງວຽນທິຊວຽນ ໄດ້ຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ອາຍຸການ 2018 – 2020.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ເຄົາລົບບັນດາຄວາມມານະພະຍາຍາມຂອງແພດ, ໝໍຫວຽດນາມ ລຸ້ນຕ່າງໆ; ຍາມໃດກໍ່ຖືສະມາຄົມໃຫຍ່ການແພດຫວຽດນາມ ແມ່ນອົງການຈັດຕັ້ງສຳຄັນພິເສດ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ສະມາຄົມໃຫຍ່ການແພດຫວຽດນາມ ສືບຕໍ່ສືມຂະຫຍາຍບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ກວ່າອີກ ແລະ ພ້ອມກັບບັນດາປະເທດອາຊຽນ ປະຕິບັດບັນດາຄາດໝາຍສົ່ງເສີມສຸຂະພາບໃຫ້ແກ່ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ