ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ໃນ​ທົ່ວ​ໂລກ​ຢ່າງ​ເຂັ້ມ​ງວດ

(VOVWORLD) - ວັນທີ 24 ກັນຍາ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂັ້ນສູງ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການບໍລິຫານໂລກ ໄລຍະຫຼັງໂລກລະບາດ Covid  - 19 ແລະ ສັນຕິພາບ, ຄວາມໝັ້ນຄົງສາກົນ”.

ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ໃນ​ທົ່ວ​ໂລກ​ຢ່າງ​ເຂັ້ມ​ງວດ - ảnh 1ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ ເນັ້ນໜັກວ່າ ໃນເວລາກ່ວາ 1 ເດືອນທີ່ຜ່ານມາ, ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 10 ລ້ານຄົນ, ມີຜູ້ເສຍຊີວິດ ກ່ວາ 2 ແສນຄົນ ແລະ ມີປະຊາຊົນເປັນຈຳນວນຫຼາຍ ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດ Covid – 19. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ໂລກມີຄວາມສ່ຽງສູງທີ່ສຸດ, ເຮັດໃຫ້ສິ່ງທ້າທາຍທີ່ຖືກຫຼົງລືມມາໄດ້ຫຼາຍທົດສະວັດເກີດຂຶ້ນຄືນໃໝ່ເປັນຕົ້ນແມ່ນ ລະບົບສາທາລະນະສຸກຍັງຄ້າງຄາຫຼາຍບັນຫາ, ບັນດາຂໍ້ຈຳກັດໃນການໜູນຊ່ວຍສັງຄົມ, ບໍ່ມີສະເໝີພາບ, ສິ່ງແວດລ້ອມຊຸດໂຊມ, ວິກິດການ ດິນຟ້າອາກາດ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຂໍ້ສັງເກດວ່າ ບົດຮຽນ, ປະສົບການຂອງຫຼາຍປະເທດ ແລະ ພາກພື້ນ, ໃນນັ້ນມີ ຫວຽດນາມ ແລະ ອາຊຽນ, ໄດ້ສະແດງໃຫ້ເຫັນວ່າ ການ ບໍລິຫານເປັນຢ່າງດີ ນັ້ນເປັນພື້ນຖານເພື່ອຜ່ານຜ່າ ໂລກລະບາດ Covid – 19, ພິເສດແມ່ນຜ່ານການລະດົມກຳລັງແຮງສັງລວມ ຂອງລະບົບການເມືອງ ແລະ ຖືປະຊາຊົນເປັນໃຈກາງ, ການເຕືອນໄພ ແລະ ຮັບມືໂດຍໄວ, ເຫັນດີເປັນເອກະພາບ ແລະ ມີຄວາມຜູກພັນໃນສັງຄົມ, ເພີ່ມທະວີແຫຼ່ງກຳລັງດ້ານການເງິນໃຫ້ແກ່ການພັດທະນາ. ບົນພື້ນຖານນັ້ນ, ຫວຽດນາມ ສະໜັບສະໜູນການປະຕິບັດມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ມການສູ້ຮົບປະຕິບັດຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການຢຸດຍິງໃນທົ່ວໂລກຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ