ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 46 ຂອງສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບຂໍ້ມູນຂ່າວກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມລວມຂອງໂລກໃນການຮັບມືກັບໂລກລະບາດໂຄວິດ-19
ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 46 ຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
(ພາບ: baoquocte.vn)

ວັນທີ 22 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດທີ່ເຊີແນວ, ປະເທດສະວິດ, ໄດ້ໄຂກອງປະຊຸມປະຈຳປີຄັ້ງທີ 46 ຂອງສະພາສິດທິມະນຸດສະຫະປະຊາຊາດ. ຍ້ອນພົນກະທົບຈາກໂລກລະບາດໂຄວິດ-19, ການເຄື່ອນໄຫວເປີດສາກຂອງກອງປະຊຸມຂັ້ນສູງຈະໄດ້ຈັດຕາມຮູບແບບທາງອອນລາຍ, ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງກວ່າ 115 ຄະນະ. ຄະນະຜູ້ແທນຫວຽດນາມໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ນຳໜ້າ. ທ່ານນາງປະທານສະພາສິດທິມະນຸດສະຫະປະຊາຊາດ Nazhat Shameem Khan (ເອກອັກຄະລັດຖະທູດ Fiji) ເປັນປະທານໄຂກອງປະຊຸມ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ເດືອນ, ນັບແຕ່ວັນທີ 22 ກຸມພາ ຫາວັນທີ 23 ມີນາ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນທຸກຂົງເຂດພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ.

        ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືຂັ້ນສູງໃນວັນທີ 22 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບຂໍ້ມູນຂ່າວກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມລວມຂອງໂລກໃນການຮັບມືກັບໂລກລະບາດໂຄວິດ-19 ຄື: ການໜູນຊ່ວຍຜ້າອັດປາກ-ອັດດັງ, ວັດຖຸດ້ານການແພດໃຫ້ກວ່າ 50 ປະເທດ ແລະ ຄູ່ຮ່ວມມືສາກົນ, ສະເໜີ ແລະ ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາຜ່ານການເຫັນດີມະຕິວ່າດ້ວຍການເລືອກເອົາວັນທີ 27 ທັນວາ ເປັນວັນສາກົນປ້ອງກັນ, ສະກັດກັ້ນໂລກລະບາດ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການສະກັດກັ້ນ ແລະ ຮັບມືກັບບັນດາໂລກລະບາດ. ທ່ານຢືນຢັນວ່າ, ເລື່ອງຮັບປະກັນໃຫ້ສັງຄົມມີຄວາມປອດໄພຕໍ່ໜ້າໂລກລະບາດແມ່ນວິທີດີທີ່ສຸດເພື່ອຮັບປະກັນບັນດາສິດທິມະນຸດໃຫ້ແກ່ແຕ່ລະສະມາຊິກໃນສັງຄົມຢ່າງຄົບຖ້ວນ.

        ທີ່ກອງປະຊຸມປຶກສາຫາລືຂັ້ນສູງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ, ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ