ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດສິນໃນນ້ຳ ອາເມລິກາເໜືອ


ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດສິນໃນນ້ຳ ອາເມລິກາເໜືອ - ảnh 1

(ພາບ: dangcongsan.vn)

 (vovworld)- ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ (VASEP) ພ້ອມ​ກັບ 18 ວິ​ສາ​ຫະກິດສິນ​ໃນ​ນ້ຳອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ພວມ​ເຂົ້າຮ່ວມງານ​ຕະຫຼາດນັດ​ສິນ​ໃນ​ນ້ຳອາ​ເມ​ລິ​ກາ​ເໜືອ 2014 ຊື່​ງຈັດ​ຂຶ້ນ​ຢູ່​ນະຄອນ Boston ລັດ Massachusetts ປະ​ເທດ​ອາ​ເມລິ​ກາ. ງານ​ຕະຫຼາດ​ນັກ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຂະ​ແໜງ​ສິນ​ໃນ​ນ້ຳຫວຽດນາມ ​ໂຄສະນາ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສິນ​ໃນ​ນ້ຳກັບ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ແລະ ປະ​ເທດ​ຕ່າງໆ, ສຳ​ພັດ ​ແລະ ພັດທະນາ​ຕະຫຼາດ​ໃຫ້​ແກ່ຂະ​ແໜງ​ສິນ​ໃນ​ນ້ຳຫວຽດນາມ. ​ໃນ​ການ​ເຮັດ​ວຽກ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້ຢືນຢັນ​ວ່າ: ການນຳ​ລັດ ​ແລະ ລັດຖະບານ​ຫວຽດນາມ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ພ້ອມ​ກັບ​ສະຖານທູດ ​ແລະ ອົງການ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ບັນດາ​ວິ​ສາ​ຫະກິດ, ຂົນ​ຂວາ​ຍ, ຕໍ່ສູ້​ກັບ​ຝ່າ​ຍອາ​ເມ​ລິ​ກາ​ ​ເພື່ອ​ປົກ​ປ້ອງ​​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ, ກໍ່​ຄື​ວຽກ​ເຮັດ​ງານ​ທຳ ​ແລະ ຊີວິດ​ຂອງ​ຜູ້​ລ້ຽງ​ປູກ​ສິນ​ໃນ​ນ້ຳພາຍ​ໃນ​ປະ​ເທດ​ນັບ​ແສນ​ຄົນ. ທ່ານ​ເອກອັກ​ຄະ​ລັດຖະທູດ​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈົ່ງ​ເອົາ​ໃນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ສາມັກຄີ​ກັນ, ຮັກສາ ​ແລະ ພັດທະນາ​ຕະຫຼາດ./.

ຂ່າວ/ບົດ​ອື່ນ