ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນສາກົນBazaarຢູ່ອິນເດຍ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນສາກົນBazaarຢູ່ອິນເດຍ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາ​ມ ທີ່ງານ​ຕະຫຼາດນັດກຸສົນສາກົນ Bazaar
(ພາບ: TTXVN)

(vovworld) - ​ວັນ​ທີ 7/12, ງານ​ຕະຫຼາດນັດກຸສົນສາກົນ Bazaar ​ໄດ້​ດຳ​ເນີນ​ຢູ່​ໂຮງ​ແຮມ Ashok, ​ໃຈກາງ​ນະຄອນຫຼວງ New Delhi ຂອງ​ອິນ​ເດຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາສະຖານທູດ​ປະ​ເທດ​ຕ່າງໆປະຈຳ​ອິນ​ເດຍ. ງານ​ຕະຫຼາດນັດ​ກຸສົນສາກົນ Bazaar ​ແມ່ນ​ການ​ເຄື່ອນ​ໄຫວປະຈຳ​ປີ​ຂອງ​ຄະນະ​ການ​ທູດຢູ່​ອິນ​ເດຍ​​ໃນ​ທ້າ​ຍປີ, ​ໂດຍ​ສະຫະ​ສະມາຄົ​ມ​ແມ່ຍິງ​ກຸ່ມ​ວັດ​ຖະນາ​ຖາວອນ​ລວມປະຈຳ New Delhi ຈັດ​ຕັ້ງ. ນອກຈາກ​ຈຸດປະສົງສ້າງ​ກອງ​ທຶນ​ກຸສົນ​ແລ້ວ, ງານ​ຕະຫຼາດນັດ Bazaar ກໍ່​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​​ເຜີຍ​ແຜ່, ​ແນະນຳ​ບັນດາ​ຮູບ​ພາບປະ​ເທດ​, ມະນຸດ, ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ ​ແລະ ວັດທະນະທຳ​ອາຫານການ​ກິນ​ຂອງ​ແຕ່ລະ​ປະ​ເທດ. ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ ​ໄດ້​ຮັບ​ການປະດັບ​ປະດາຢ່າງ​ປະ​ທັບ​ໃຈ, ​ແນະນຳ​​ຜະລິດ​ຕະພັນ​ສິລະ​ປະ​ຫັດຖະກຳ​ຫຼາຍ​ປະ​ເພດ​ຄື: ​ໂຖດອກ​​ໄມ້, ກຸບ, ກັບ​ສີ​ຂັດ​ມັນ…ອັນ​ໄດ້​ດຶງດູດ​ແຂກ​ມາ​ທ່ຽວ​ຊົມ ​ແລະ ຊື້ ​ເປັນຈຳນວນ​ຫຼວງ​ຫຼາຍ.

 


ຂ່າວ/ບົດ​ອື່ນ