ຫວຽດນາມເຄົາລົບ ນັບຖື ແລະ ປະຕິບັດ ບັນດາຄຳໝັ້ນສັນຍາໃນຂົງເຂດສິດທິ ມະນຸດຢ່າງເຂັ້ມງວດ

ຫວຽດນາມເຄົາລົບ ນັບຖື ແລະ ປະຕິບັດ ບັນດາຄຳໝັ້ນສັນຍາໃນຂົງເຂດສິດທິ ມະນຸດຢ່າງເຂັ້ມງວດ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ​ເລືອງ​ແທງ​ງີ້
(ພາບປະກອບ)


(vovworld) - ​ຫວຽດນາມ​ເຄົາລົບ​ນັບຖື​ແລະ​ປະຕິບັດ​ບັນ​ດາ​ຄຳ​ໝັ້ນ​ສັນຍາ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ຢ່າງ​ເຂັ້ມ​ງວດ - ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ​ເລືອງ​ແທງ​ງີ້ ​ໄດ້ຢັ້ງຢືນ​ຄື​ແນວ​ນັ້ນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນທີ່ດຳເນີນໃນ​ວັນ​ທີ 7/11, ຢູ່ ຮ່າ​ໂນ້ຍ. ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ ຫວຽດນາມ ຫາ​ກໍ່​​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ການ​ຕ້ານ​ການ​ທໍ​ລິ​ມານ, ທ່ານ ​ເລືອ​ງ​ແທງ​ງີ້ ຊີ້​​ແຈ້ງວ່າ:

    “ຍາມ​ໃດ​ຫວຽດນາມ ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ມີ​ການ​ປະກ​​ອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ 3 ຂົງ​ເຂດ​ຂຶ້ນ​ກັບ​ຄວາມ​ສົນ​ໃຈ​ລວມຂອງ ສປຊ ນັ້ນ​ແມ່ນ​ສັນຕິພາບ​ຄວາມ​ສະຫງົບ​ປອດ​ໄພ, ການ​ພັດທະນາ ​ແລະ ຮັບ​ປະກັນ​ສິດທິ​ມະນຸດ. ວັນ​ທີ 5/11/2013, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ເຊັນ​ຂໍ້​ຕົກລົງ​ມອບ​ສິດ​ໃຫ້ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ​ເຊັນ​ສົນທິສັນຍາ​ຂອງ ສປຊກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ ​ແລະ ບັນດາ​ຮູບ​​ການ​ປະພຶດ ​ຫຼື ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ​ສາມານ​. ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ​ນີ້​ສະ​ແດງ​ໃຫ້​ເຫັນວ່າ ຫວຽດນາມ ​ເຄົາລົບ​ນັບຖື ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ໃນ​ຂອບ​ເຂດ​ກົນ​ໄກ​ກວດກາ​ເປັນ​ປະຈຳ (UPR) ກໍ່​ຄື​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ​ເມື່ອ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ ສປຊ.”

    ​ກ່ຽວຂ້ອງ​ເຖິງ​ແຫຼ່ງຂ່າ​ວອົງການ​ອະ​ໄພ​ຍະ​ໂທດສາກົນ​ຖື​ວ່າ: ຫວຽດນາມ ​ໄດ້​ລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນ​ຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຕົນ, ​ໄປ​ຝືນ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ເພື່ອ​ກາຍ​ເປັນ​ສະມາ​ຊິກຂອງ​ສະພາ​ສິດທິ​ມະນຸດ ສປຊ, ທ່ານ ​ເລືອ​ງ​ແທງ​ງີ້ ຢືນຢັນ​ວ່າ:

    “​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ ​ແລະ ​ໄດ້​ຮັບ​ການ​ຮັບຮູ້ຈາກ​ປະຊາ​ຄົມ​ໂລກ. ສິດທິມະນຸດ​ໄດ້​ຮັບການເສີມ​ຂະຫຍາຍ ​ແລະ ມີ​ກາ​ນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ ​ແມ່ນ​ປັດ​ໄຈ​ສຳຄັນ​ຮັບປ​ະກັນ​​ປະຕິບັດ​ການ​ປ່ຽນ​ໃໝ່​ຂອງ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ, ຫວຽດນາມ ຫວັງ​ວ່າ ຈະ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2014 – 2016 ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ໂລກ.”

ຂ່າວ/ບົດ​ອື່ນ