ອີຣານ ປະຕິເສດຄຳກ່າວຫາຢູ່ເບື້ອງຫຼັງການລອບສັງຫານອະດີດປະທານາທິບໍດີ ອາເມລິກາ Donald Trump

(VOVWORLD) - ສຳນັກຂ່າວສານ CNN (ອາເມລິກາ) ໂດຍຖືວ່າ, ອີຣານ ອາດຈະຢູ່ເບື້ອງຫຼັງການລອບສັງຫານທ່ານອະດີດປະທານາທິບໍດີ ອາເມລິກາ  Donald Trump ໃນວັນທີ 13 ກໍລະກົດ ຜ່ານມາ.
ອີຣານ ປະຕິເສດຄຳກ່າວຫາຢູ່ເບື້ອງຫຼັງການລອບສັງຫານອະດີດປະທານາທິບໍດີ ອາເມລິກາ  Donald Trump - ảnh 1CNN ຖືວ່າ, ອີຣານ ອາດຈະຢູ່ເບື້ອງຫຼັງການລອບສັງຫານທ່ານອະດີດປະທານາທິບໍດີ ອາເມລິກາ  Donald Trump
(ພາບ: Getty)

ໃນຖະແຫຼງທີ່ໄດ້ຍົກອອກມາໃນວັນທີ 16 ກໍລະກົດ, ຄະນະຜູ້ຕາງໜ້າ ອີຣານ ປະຈຳສະຫະປະຊາຊາດ ໄດ້ປະຕິເສດຄຳກ່າວຫາຂອງສຳນັກຂ່າວສານ CNN (ອາເມລິກາ) ໂດຍຖືວ່າ, ອີຣານ ອາດຈະຢູ່ເບື້ອງຫຼັງການລອບສັງຫານທ່ານອະດີດປະທານາທິບໍດີ ອາເມລິກາ  Donald Trump ໃນວັນທີ 13 ກໍລະກົດ ຜ່ານມາ.

ກ່ອນໜ້ານັ້ນ, CNN ໃຫ້ຂ່າວວ່າ, ໃນຊຸມອາທິດມໍ່ໆມານີ້, ອາເມລິກາ ໄດ້ຮັບຂ່າວສືບລາຊະການລັບກ່ຽວກັບເລື່ອງ ອີຣານ ພວມຊອກຫາວິທີເພື່ອໂຕ້ຕອບເລື່ອງກອງທັບອາກາດ ອາເມລິກາ ລອບສັງຫານນາຍພົນ Qassem Soleimani ຂອງກອງກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ຢູ່ ອີຣັກ ເມື່ອຕົ້ນປີ 2020, ເຊິ່ງແມ່ນຈຸດເວລາທີ່ທ່ານ Donald Trump ພວມເປັນປະທານາທິບໍດີ. ຕໍ່ໜ້າແຫຼ່ງຂໍ້ມູນດັ່ງກ່າວ, ຖະແຫຼງການຂອງຄະນະຜູ້ຕາງໜ້າ ອີຣານ ຊີ້ແຈ້ງວ່າ, ອີຣານ ໄດ້ເລືອກເອົາເສັ້ນທາງດ້ານກົດໝາຍເພື່ອນຳທ່ານອະດີດປະທານາທິບໍດີ ອາເມລິກາ ອອກມາເພື່ອຕັດສິນດ້ວຍຄວາມຍຸຕິທຳ ເນື່ອງຈາກໄດ້ອອກຄຳສັ່ງລອບສັງຫານນາຍພົນ Soleimani.

ຕອບກັບ

ຂ່າວ/ບົດ​ອື່ນ