ຫວຽດນາມເປັນຄັ້ງທຳອິດຈັດຕັ້ງງານປະກວດນາງງາມມິດຕະພາບອາຊຽນປີ2017

ຫວຽດນາມເປັນຄັ້ງທຳອິດຈັດຕັ້ງງານປະກວດນາງງາມມິດຕະພາບອາຊຽນປີ2017 - ảnh 1
ບັນ​ດາ​ນາງ​ງາມ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂ່າວ
ພາບ:phununews.vn

(vovworld)- ເພື່ອ​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ປະ​ກວດ​ນາງ​ງາມ​ມິດ​ຕະ​ພາບ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປີ 2017 ຢູ່ ແຂວງ ຟູ​ອຽນ. ນີ້​ແມ່ນ​ຂ່າວ​ຄາວ​ຊື່ງ​ຄະ​ນະ​ຈັດ​ຕັ້ງ​ງານ​ປະ​ກວດ​ນາງ​ງາມ​​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 21/3 ທີ່​ການ​ປະ​ຊຸມ​ຂ່າວ​ແນະ​ນຳ​ກ່ຽວ​ກັບ​ງານ​ປະ​ກວດ​ນາງ​ງາມ​ດັ່ງ​ກ່າວ. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ​ນາງ​ງາມ​ເລີ່ມ​ລົງ​ທະ​ບຽນ​ນັບ​ແຕ່​ວັນ​ທີ 15/3. ບັນ​ດາ​ປະ​ເທ​ດ​ໃນ​ພາກ​ພື້ນ ຈະ​ສົ່ງ​​ຕົວ​ແທນ​ມາ​ເຂົ້າ​ຮ່ວມ. ສະ​ເພາະ​ຕົວ​ແທນ​ໃຫ້​ຫວຽດ​ນາມ ລົງທະ​ບຽນ​ເຂົ້າ​ຮ່ວມ​ຕ້ອງ​ແມ່ນ​ຜູ້​ໄດ້​ຮັບ​ລາງວັນ​ທີ 3 ​ຂຶ້ນ​ໄປໃນ​ບັນ​ດາ​ງານ​ປະ​ກວດ​ນາງ​ງາມ​ລະ​ດັບ​ຊາດ. ຮອບ​ຊິງ​ຊະ​ນະ​ເລີດ​ຈະ​ດຳ​ເນີນ​ໃນ​ວັນ​ທີ 1/6. ຜ​ູ້​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ນາງ​ງາມ​ມິດ​ຕະ​ພາບ ອາ​ຊຽນ ປີ 2017 ຈະ​ພ້ອມ​ກັບ​ຄະ​ນະ​ຈັດ​ຕັ້ງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດທະ​ນະ​ທຳ​ສາ​ກົນ ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​​ເຖິງເພື່ອນ​ມິດ​ສ​າ​ກົນ. 


ຕອບກັບ

ຂ່າວ/ບົດ​ອື່ນ