ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສະພາຄວາມໝັ້ນຄົງສປຊກ່ຽວກັບສະພາບການຢູ່ອິດສະຣາແອັນແລະປາແລັດສະຕິນ

(VOVWORLD) -ວັນທີ 21 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືປະຈຳໄລຍະດ້ວຍຫົວຂໍ້ “ສະພາບການຢູ່ຕາເວັນອອກກາງ, ລວມມີທັງປາແລັດສະຕິນ” ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສະພາຄວາມໝັ້ນຄົງສປຊກ່ຽວກັບສະພາບການຢູ່ອິດສະຣາແອັນແລະປາແລັດສະຕິນ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ

(ພາບ: TTXVN)

ທີ່ກອງປະຊຸມຄັ້ງນີ້, ມີຄຳເຫັນຫຼາຍຂໍ້ໄດ້ສຸມໃສ່ສະພາບການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ, ສະແດງຄວາມວິຕົກກັງວົນກ່ຽວກັບສະພາບໃຊ້ຄວາມຮຸນແຮງ, ການປະທະກັນສືບຕໍ່ແກ່ຍາວ, ເຊິ່ງເຮັດໃຫ້ປະຊາຊົນປາແລັດສະຕິນນັບພັນໆຄົນ ກໍຄືຊາວອິດສະຣາແອັນ ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ. ຄຳເຫັນສ່ວນຫຼາຍໄດ້ຕຳໜິຕິຕຽນ ແລະ ຮຽກຮ້ອງໃຫ້ອິດສະຣາແອັນ ຢຸດຕິບັນດາການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢຶດຄອງ, ລວມທັງເຂດທາງທິດຕາເວັນອອກ ເຢລູຊາແລມ ໃນທັນທີ.

          ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ກ່າວຄຳເຫັນດ້ວຍຖານະປະເທດຊາດ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ, ບໍ່ມີການກະທຳເກາະຜິດ ຫຼື ໃຊ້ຄວາມຮຸນແຮງ, ເຄົາລົບ ແລະ ປະຕິບັດກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ; ຮຽກຮ້ອງໃຫ້ອິດສະຣາແອັນ ຢຸດຕິການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ທີ່ຜິດກົດໝາຍໃນທັນທີ… ຫວຽດນາມ ຢືນຢັນວ່າ, ມາດຕະການໜຶ່ງດຽວໃຫ້ແກ່ການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ ແມ່ນສ້າງຕັ້ງລັດປາແລັດສະຕິນ ດ້ວຍເສັ້ນຊາຍແດນກ່ອນປີ 1967, ດຳລົງຊີວິດຮ່ວມກັນໃນສັນຕິພາບ, ຮັບປະກັນຄວາມໝັ້ນຄົງ ແລະ ເຄົາລົບເຊິ່ງກັນແລະກັນກັບລັດປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ