ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືນ້ຳມັນອາຍແກດຜ່ານບັນດາວິສາຫະກິດຮ່ວມທຸລະກິດ

ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືນ້ຳມັນອາຍແກດຜ່ານບັນດາວິສາຫະກິດຮ່ວມທຸລະກິດ - ảnh 1
Petro Vietnam ເຮັດວຽກກັບ ທ່ານ​ຮອງ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ​ກະຊວງ​ພະລັງງານ ລັດ​ເຊຍ Yuri Sentiurin
(ພາບ: Duy Trinh/Vietnam+)

(​vovworld) – ​ໃນ​ລະຫວ່າງ​ວັນ​ທີ 2 – 3/9, ຢູ່​ນະຄອນຫຼວງ ມົດ​ສະ​ກູ (ສະຫະພັນ​ລັດ​ເຊຍ), ຄະນະ​ພະນັກງານ​ກຸ່ມບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ ຫວຽດນາມ (Petro Vietnam) ​ໂດຍ​ປະທານ​ສະພາ​ສະມາຊິກ ຫງວຽນ​ຊວນ​ເຊີນ, ນຳ​ໜ້າ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ຂະ​ແໜງພະລັງງານ​ສະຫະພັນ ລັດ​ເຊຍ, ປຶກສາ​ຫາລື​ກັບ​ທ່ານ​ຮອງ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ​ກະຊວງ​ພະລັງງານ ລັດ​ເຊຍ Yuri Sentiurin, ປະທາ​ນບັນດາ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດອັນ​ດັບ​ໜຶ່ງ Gazprom, Rosneft ​ແລະ  Zaruberhneft ຂອງ ລັດ​ເຊຍ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ​ເປຶກສາ​ຫາລື​ບັນດາ​ວິທີ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ກໍ່​ຄື​ເພີ່ມ​ທະວີ​ບັນດາ​ວິ​ສາ​ຫະກິດຮ່ວມ​ທຸລະ​ກິດ​ທີ່​ມີ​ຢູ່​ແລ້ວ ຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​​ວິ​ສາ​ຫະກິດຮ່ວມ​ທຸລະ​ກິດ Gazprom Viet ​ແລະ RusVietPetro ຢູ່ ລັດ​ເຊຍ, ບັນດາ​ບຸລິມະສິດ​ກ່ຽວ​ກັບ​ພາສີ​ຂຸດ​ຄົ້ນ​ຊັບພະຍາກອນ, ການ​ສົ່ງ​ອອກ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບເລື່ອງ​ບໍລິສັດ ​Gazpromneft ຊື້ 49% ຫຸ້ນສ່ວນ​ຂອງ​​ໂຮງງານ​ກັນ​ນ້ຳມັນ ຢູງກວດ​ ຫວຽດນາມ.





ຂ່າວ/ບົດ​ອື່ນ