ຫວຽດນາມແລະສເກົາຫລີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມແລະສເກົາຫລີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຫງວຽນ​ຊີງ​ຮຸ່ງ
ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Chung Ui Hwa
ພາບ:TTXVN

(vovworld)- ​ ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຫງວຽນ​ຊີງ​ຮຸ່ງ, ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ ໂດ​ຍ​ທ່ານ Chung Ui Hwa, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ ນຳ​ຫນ້າ ພວມ​ຢ້​ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 17-21/3. ຕອນ​ເຊົ້າ​ວັນ​ທີ 18/3, ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​​ມີ​ການເຈ​ລະ​ຈາ​ກັບ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Chung Ui Hwa. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນ​ຢັນ ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ແລະ ການ​ເລືອກ​ເຟ​ັ້ນ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ ຫວຽດ​ນາມ ແມ່ນ​ ​ປັບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ​ເກົາ​ຫລີ ຢ່າງບໍ່​ຢຸດຢັ້ງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ Chung Ui Hwa ຢືນ​ຢັນ: ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ສ​ເກົາ​ຫລີ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດ​ນາມ ຮ່ຳ​ຮຽນ, ເຮັດ​ວຽກ ກໍ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ ສ​ເກົາ​ຫລີ. ສອງ​ຝ່າຍ ເຫັນ​ດີ​ສືບ​ຕໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ, ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ, ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄ​ື່ອນ​ໄຫວ​ພົບ​ປະແລກ​ປ່ຽນ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ, ກຸ່ມ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ, ສັນ​ຍາ​ຊື່ງ​ ​ລັດ​ຖະ​ບານສອງ​ປະ​ເທດ​ໄດ້​ລົງ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນິ​ຕິ​ກຳ​ຢ່າງ​ສະ​ດວກ​ເພື່ອ​ໃຫ້​ພົນ​ລະ​ເມືອງ​ສອງ​ປະ​ເທດ​ໄປ​ມາ​ຢ່າງ​ເສ​ລີ, ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ພົວ​ພັນ​ແລກ​ປ່ຽນ ແລະ ປົກ​ປ້ອງ​ພົນ​ລະ​ເມືອງ​ສອງ​ປະ​ເທດ.

ງອກ​ແທກ, ນັກ​ຂ່າວ VOV

 

       

ຂ່າວ/ບົດ​ອື່ນ