ຫວຽດນາມແລະອາເມລິກາຮ່ວມມືປັບປຸງວຽກງານຮັບມືກັບໄພທຳມະຊາດ

ຫວຽດນາມແລະອາເມລິກາຮ່ວມມືປັບປຸງວຽກງານຮັບມືກັບໄພທຳມະຊາດ - ảnh 1
(​ພິ​ທີຕັດ​ແຖບ​ຜ້າເປີດ​ສະ​ຫຼອງ​ສູນ​ປະ​ສານ​ງານ​ຄຸ້ມ​ຄອ​ງ​ໄພ​ທ​ຳ​ມະ​ຊາດ)

(vovworld) - ​​ວັນ​ທີ 02/03, ທ່ານ​ຮອງ​ເອກ​ອັກ​ຄະ​ລັດ​ຖ​ະ​ທ​ູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Susan Sutton ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງ​ທ້ວນ ໄດ້​ເປີດ​ສະ​ຫຼອງ​ສູນ​ປະ​ສານ​ງານ​ຄຸ້ມ​ຄອ​ງ​ໄພ​ທ​ຳ​ມະ​ຊາດ ເພື່ອ​ແນ​ໃສ່​​ຊ່ວຍຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຫວຽດ​ນາມ ໃນ​ວຽກ​ງານ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ແລະ ໜູນ​ຊ່ວຍ​ກຸ່ມສາ​ມັນ​ຊົນ​ຜູ້​​ສ່ຽງ​ໄພ​ສູງກວ່າ​ເພີ່ນ​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ. ສູນ​ໃໝ່​​ແຫ່ງນີ້​ຈະ​ຊ່ວຍ​​ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ທ້ອ​ງ​ຖິ່ນ​ບັນ​ຊາການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ບັນ​ດາ​ເຂດ​ເຮືອນ​ທີ່​ອັນ​ຕະ​ລາຍ, ​ສະ​ສົມ​​ເຄື່ອງ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຈຳ​ເປັນທີ່​ສະ​ຫງວນ​ໃຫ້​​ແກ່ການ​ກູ້​​ຊ່ວຍ​ຢ່າງ​ຮີບ​ດ່ວນ ແລະ ຮັບ​ມື​ກັບ​ຜົນ​​ຮ້າຍ​ຢ້ອນ​ຫຼັງ​ຈ​າກ​ພະ​ຍຸ... ສູນ​ປະ​ສານ​ງານ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ກໍ​ມີ​ບົດ​ບາ​ດ​ເປັນ​ແຫ່ງຫຼີກ​ລ້ຽງ​ພະ​ຍຸ​ຢ່າງ​ປອດ​ໄພ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ສູນ​ປະ​ສານ​ງານ​ໄພ​ທຳ​ມະ​ຊາດ ແລະ ຫຼີກ​ລ້ຽງ ເຊິ່ງ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ພວມ​ພ້ອມ​ກັນ​ກໍ່ສ້າງ​ ຄື​ດັ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ເພື່​ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື ແລະ ຄວາມ​ທົນ​ທານຂອງ​ຫວຽດ​ນາມ ສຳ​ລັບ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ຢູ່​ບັນ​ດາ​ເຂດ​ແຄມ​ທະ​ເລ.

ຂ່າວ/ບົດ​ອື່ນ