ຫວຽດນາມແອລາຍແມ່ນ ບໍລິສັດການບິນອາຊີ ທຳອິດມີເຮືອບິນ ແອເບີສ A350
![ຫວຽດນາມແອລາຍແມ່ນ ບໍລິສັດການບິນອາຊີ ທຳອິດມີເຮືອບິນ ແອເບີສ A350 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_10_02/ai%20bot.jpg)
(ພາບ: airbus )
(vovworld) –ຫວຽດນາມແອລາຍຈະກາຍເປັນບໍລິສັດການບິນທຳອິດຢູ່ອາຊີ ແລະ ບໍລິສັດທີສອງໃນໂລກ ຂຸດຄົ້ນເຮືອບິນທັນສະໄໝຂອງແອເບີສ A350. ເຮືອບິນ A350 XWB ລຳທຳອິດຂອງຫວຽດນາມແອລາຍ ພວມໄດ້ຮັບການຕິດຕັ້ງຢູ່ຝະລັ່ງ ແລະ ຫວຽດນາມແອລາຍ ຈະຮັບເຮືອບິນລຳນີ້ໃນທ້າຍປີ 2015. ນີ້ແມ່ນເຮືອບິນລຳທຳອິດໃນຈຳນວນເຮືອບິນ A350-900 ທັງໝົດ 10 ລຳຊື່ງຫວຽດນາມແອລາຍສັ່ງຊື້ຂອງບໍລິສັດຜະລິດເຮືອບິນແອເບີສ ແນໃສ່ຮັບໃຊ້ບັນດາສາຍການບິນສາກົນຂອງບໍລິສັດ. ຄາດວ່າ, ເຮືອບິນ A350 ທົດລອງ 5 ລຳຈະຖືກນະເຂົ້າຂຸດຄົ້ນໃນໄຕມາດທີ 4/2014. ນີ້ແມ່ນເຮືອບິນທັນສະໄໝ, ປະຢັດພະລັງງານ, ເປັນມິດກັບສິ່ງແວດລ້ອມຂອງແອເບີສ./.