ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມືພັດທະນາພະລັງງານສະອາດ

ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມືພັດທະນາພະລັງງານສະອາດ - ảnh 1
ຫວຽດນາມ-ໄອແລນຊຸກຍູ້ການຮ່ວມມືພັດທະນາພະລັງງານ
ສະອາດ (ພາບ: NL)

(vovworld) “ພະລັງງານສະອາດ​ໃນ​ອະນາຄົດ” ​ແມ່ນ​ຫົວ​​ເລື່ອງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​​ອົງການ​ສົ່ງ​ເສີມ​ການ​ລົງທຶນ​ການ​ຄ້າ ສ.​ໄອ​ແລນ ​ແລະ ທ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 5/11 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານາທິບໍດີ ​ໄອ​ແລນ Olafur Ragnar Grimsson ຖື​ວ່າ: ​ເລື່ອງ​ພັດທະນາ​ພະລັງງານ​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ໃຫ້ ຫວຽດນາມ ​ໃນ​ວິວັດ​ການ​ຫັນປ່ຽນພະລັງງານ. ​ເພາະສະ​ນັ້ນ ຫວຽດນາມ ​ແລະ ​ໄອ​ແລນ ຄວນ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ນຳ​ໃຊ້​ບັນດາ​ແຫຼ່ງພະລັງງານ​ຢູ່ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງ​ຫາຍ ຖື​ວ່າ: 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ຂຸດ​ຄົ້ນ, ໜູນ​ໃຊ້​ພະລັງງານ​ຜະລິດ​ຄືນ​ໃໝ່. ນີ້​ແມ່ນ​ຂົງ​ເຂດ ຊຶ່ງ ຫວຽດນາມ ​ເອົາ​ໃນ​ໃສ່​ເປັນ​ພິ​ເສດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ເຕັກ​ໂນ​ໂລຢີກ້າວໜ້າ​ຂອງ ​ໄອ​ແລນ, 2 ຝ່າຍ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ຊອກ​ຫາ, ສຳ​ຫລວດ, ໜູນ​ໃຊ້​ແຫຼ່ງພະລັງງານຄວາມ​ຮ້ອນ​ຈາກ​ຜິວ​ໂລກ​ຢູ່ ຫວຽດນາມ

 

ຂ່າວ/ບົດ​ອື່ນ