ຫ້ອງວ່າການລັດຖະບານຕ້ອງເປັນຂົວເຊື່ອມຕໍ່ລະຫວ່າງລັດຖະບານກັບບັນດາກະຊວງ, ຂະແຫນງການ

ຫ້ອງວ່າການລັດຖະບານຕ້ອງເປັນຂົວເຊື່ອມຕໍ່ລະຫວ່າງລັດຖະບານກັບບັນດາກະຊວງ, ຂະແຫນງການ - ảnh 1
ພາບປະກອບ:internet


(vovworld)- ຫ້ອງ​ວ່າກາ​ນລັດຖະບານ​ຕ້ອງ​ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ລັດຖະບານ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ເປັນ​ຢ່າງ​ດີ, ນັ້ນ​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2012 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2013 ຂອງ​ຫ້ອງ​ວ່າການ​ລັດຖະບານ ຊຶ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຖື​ວ່າ ​ໃນ​ປີ 2012, ຫ້ອງ​ວ່າການ​ລັດຖະບານ​ໄດ້​ພ້ອມ​ກັບ​ກະຊວງ, ຂະ​ແຫນງ​ການ ​​ເປັນ​ເສນາ​ທິການ​ຊ່ວຍ​ລັດຖະບານ ​ມີ​ການ​ປ່ຽນ​ແປງ​​ໃນ​ການ​ຊີ້​ນຳ​ບໍລິຫານ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ​ແລ້ວ, ​ໃນ​ປີ 2013 ຫ້ອງ​ວ່າການ​ລັດຖະບານ ຄວນ​ສື​ບຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນນະພາ​ບການ​ເສນາ​ທິການ​ສັງ​ລວມ​ໃຫ້​ແກ່​ລັດຖະບານ, ນາຍົກລັດຖະມົນຕີ ພ້ອມ​ທັງ​ປ່ຽນ​​ໃຫມ່​ການ​ສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ໂຄງການ​ວຽກ​ງານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ.

 

ຂ່າວ/ບົດ​ອື່ນ